ອິນຟຣາໂຊລ ຈະເປີດນຳໃຊ້ລະບົບການຊຳລະຄ່າບໍລິການເກັບຂົນຂີ້ເຫຍື້ອ ແບບທັນໄໝ ຢູ່ເມືອງປາກຊັນ

ພິທີເຊັນສັນຍາ ເປີດນຳໃຊ້ລະບົບບໍລິຫານຈັດການ ແລະ ຊຳລະຄ່າບໍລິການເກັບຂົນຂີ້ເຫຍື້ອ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ພຶດສະພາ 2022 ຢູ່ສະໂມສອນໃຫຍ່ຂອງເມືອງປາກຊັນ, ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ, ຕາງໜ້າຜູ້ລົງທຶນພັດທະນາລະບົບ ເຊັນໂດຍ ທ່ານ ໃຈຖະໜອມ ພໍລະສີມ ຜູ້ອຳນວຍການ ບໍລິສັດ ອິນຟຣາໂຊລ ຈຳກັດຜູ້ດຽວ, ໂດຍຊ້ອງໜ້າ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການເລີ່ມນຳໃຊ້ລະບົບຊຳລະຄ່າບໍລິການເກັບຂີ້ເຫຍື້ອຜ່ານລະບົບທັນສະໄໝ ຖືວ່າເປັນບາດກ້າວໜື່ງທີ່ສຳຄັນ ໃນການປະຕິບັດຕາມແນວທາງຂອງພັກ ໃນການຫັນເປັນໂຕເມືອງທັນສະໄໝ (Smart City) ເທື່ອລະກ້າວ ຢ່າງເປັນຮູບປະທຳ, ລະບົບດັ່ງກ່າວ ແມ່ນຖືກພັດທະນາ ໂດຍ ບໍລິສັດ ອິນຟຣາໂຊລ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຂອງຄົນລາວ 100% ໂດຍເປັນຕົວແທນຂອງພາກລັດ ກໍ່ຄື ອພບຕ ເມືອງປາກຊັນ ໃນການຄຸ້ມຄອງ ແລະ ບໍລິຫານຈັດການລະບົບເກັບເງິນຄ່າບໍລິການເກັບຂົນຂີ້ເຫຍື້ອກັບທຸກໆພາກສ່ວນໃນເມືອງປາກຊັນ, ລວມມີພາກຄົວເຮືອນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ສໍານັກງານ ແລະ ຫ້າງຮ້ານຕ່າງໆ.

ສຳລັບພາກຄົວເຮືອນກໍ່ຄືພີ່ນ້ອງປະຊາຊົນ ແລະ ຫົວໜ່ວຍທຸລະກິດຕ່າງໆ ແມ່ນຈະມີຄວາມສະດວກສະບາຍ ໃນການຊຳລະຄ່າບໍລິການເກັບມ້ຽນຂີ້ເຫຍື້ອ, ຈະມີທາງເລືອກເພີ່ມຂຶ້ນໃນການຊຳລະຜ່ານຫຼາຍຊ່ອງທາງ ເຊັ່ນ: ການຊຳລະດ້ວຍເງິນສົດຜ່ານເຄື່ອງພິມບິນ POS, ການຊໍາລະດ້ວຍບັນຊີທະນາຄານ ແລະ ຜ່ານກະເປົາເງິນເອເລັກໂຕນິກ ລວມມີທະນາຄານການຄ້າ (BCELOne) ແລະ ບໍລິສັດລາວໂທລະຄົມ (M.money).

ນອກຈາກນັ້ນ ຍັງສາມາດນຳໃຊ້ແອັບພຣິເຄເຊີນ WastePay ເພື່ອລົງທະບຽນສະໝັກ ບໍລິການເກັບຂົນຂີ້ເຫຍື້ອໄດ້ແບບອອນລາຍ (Online Registration), ຊໍາລະເງິນໂດຍກົງ, ການຮ້ອງຂໍການເກັບຂີ້ເຫຍື້ອແບບພິເສດ ໃນກໍລະນີທີມີຂີ້ເຫຍື້ອຍເພີ່ມຂື້ນ, ເບິ່ງປະຫວັດການຊຳລະ, ໜີ້ຄ້າງຈ່າຍ ແລະ ຍັງສາມາດສ່ອງແສງ ຫຼື ຄອມເມັ້ນ ໃນການບໍລິການຂອງພາກສ່ວນເກັບຂົນຜ່ານທາງແອັບ WastePay, ພິເສດ ຜູ້ໃຊ້ບໍລິການ ຍັງສາມາດດາວໂຫຼດ ແອັບພຣິເຄເຊີນມືຖືທີ່ມີຊື່ວ່າ WastePay ໄດ້ແລ້ວໃນມື້ນີ້ ທັງໃນລະບົບ IOS ແລະ ລະບົບ Android.

ການສຳປະທານນີ້ ມີໄລຍະເວລາ 35 ປີ, ມີການແບ່ງປັນຄວາມຮັບຜິດຊອບອອກເປັນ 3 ສ່ວນດັ່ງນີ້: ພາກລັດ ທີ່ເຮັດໜ້າທີ່ຄຸ້ມຄອງມະຫາພາກ ໄດ້ 5%, ພາກສ່ວນບໍລິສັດ ທີ່ເຮັດໜ້າທີ່ພັດທະນາ, ຄຸ້ມຄອງບໍລິຫານລະບົບ, ລົງເກັບເງິນຕົວຈິງ ໄດ້ 25% ແລະ ພາກສ່ວນທີ່ເຮັດໜ້າທີ່ບໍລິການເກັບມ້ຽນຂີ້ເຫຍື້ອໂດຍກົງໄປສະໜາມ ແມ່ນ ໄດ້ 70% ຂອງລາຍຮັບທັງໝົດ.

About admins16