ການນຳເມືອງວຽງທອງ ມອບເຄື່ອງຊຸກຍູ້ຄະນະສະເພາະກິດປ້ອງກັນ ພະຍາດໂຄວິດ-19

ຕອນບ່າຍຂອງວັນທີ 1 ຕຸລາ 2021 ຜ່ານມາ, ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ, ມີ ຫົວໜ້າ ປກສ, ຜູ້ອຳນວຍການໂຮງໝໍ ເມືອງ ພ້ອມຄະນະສະເພາະກິດໄດ້ຊຸກຍູ້ຊ່ວຍເຫຼືອແລະໃຫ້ກຳລັງໃຈແກ່ພະນັກງານ ປກຊ-ປກສ ແລະ ແພດໝໍ ທີ່ປະຕິບັດໜ້າທີ່ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈຸດກວດກາຄົນເຂົ້າ-ອອກເມືອງ ຈຸດບ້ານ ນາໂທ ເມືອງວຽງທອງ ແຂວງບໍລິຄໍາໄຊ.

ໃນໂອກາດດຽວກັນນີ້ ທ່ານ ອໍາພອນ ສີບູນເຮືອງ, ທ່ານ ຄຳພູ ຈັນທະລັງສີພ້ອມດ້ວຍຄະນະນັກທຸລະກິດ ກໍ່ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມີຄື: ໄຂ່ ,ໝີ່,ປອງປາ, ນ້ຳດື່ມ,ກາເຟ ແລະ ເຄືອງດື່ມຈຳນວນໜື່ງ, ພ້ອມດ້ວຍເງິນສົດຈຳນວນ 500.000 ກີບ ລວມມູນຄ່າທັງໝົດ 15 ລ້ານກ່ວາກີບ ມອບໃຫ້ພະນັກງານປະຈໍາຢູ່ຈຸດກວດກາຄົນເຂົ້າ-ອອກເມືອງຈຸດບ້ານນາໂທ.

About admins16