ສະຫຼຸບການລົງກໍ່ສ້າງຮາກຖານຕາມສາຍຕັ້ງ ຂອງຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2021-2022

ກອງປະຊຸມ ສະຫຼຸບວຽກງານການລົງກໍ່ສ້າງຮາກຖານຕາມສາຍຕັ້ງ ຂອງຂະແໜງສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ປະຈຳສົກຮຽນ 2021 – 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2022 ຢູ່ຫ້ອງປະຊຸມສູນພັດທະນາຄູ,  ໂດຍການເປັນປະທານຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການລົງຮາກຖານຕາມສາຍຕັ້ງ ວ່າ: ມີຜູ້ລົງຮາກຖານທັງໝົດ 38 ທ່ານ, ຍິງ 10 ທ່ານ ປະຈໍາຢູ່ໂຮງຮຽນມີ 13 ທ່ານ ແລະ ປະຈໍາຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງ 7 ທ່ານ, ປະກອບມີ 10 ໂຮງຮຽນ ແລະ 7 ກຸ່ມໂຮງຮຽນ, ການລົງຮາກຖານໃນຄັ້ງນີ້ ໄດ້ເຜີຍແຜ່ – ເຊື່ອມຊຶມ ບັນດານິຕິກໍາຂອງຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນ ແຜນພັດທະນາການສຶກສາ ແລະ ກິລາ, ການສ້າງໂຮງຮຽນຄຸນນະພາບ, ຄາດໝາຍທີ່ສະພາຮັບຮອງ 15 ຄາດໝາຍ, ເອກະສານ 3 ລັກສະນະ, 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບວຽກງານການສຶກສາ.

ພ້ອມນີ້ ຍັງລົງປະເມີນການສ້າງໂຮງຮຽນຄຸນນະພາບ (ຊັ້ນປະຖົມ ຕາມ 6 ດ້ານ, 42 ຕົວຊີ້ວັດ ແລະ ຊັ້ນມັດທະຍົມ ຕາມ 6 ດ້ານ, 45 ຕົວຊີ້ວັດ) ຢູ່ແຕ່ລະກຸ່ມໂຮງຮຽນ ແລະ ໂຮງຮຽນ ໄດ້ຈໍານວນ 2 ຄັ້ງ ພ້ອມທັງວາງແຜນຮ່ວມກັນ ເພື່ອແກ້ໄຂບັນດາຕົວຊີ້ວັດທີ່ບໍ່ຜ່ານ.

ຈັດຝຶກອົບຮົມການນໍາໃຊ້ຄອມພີວເຕີຂັ້ນພື້ນຖານ ໃຫ້ອໍານວຍການໂຮງຮຽນ ແລະ ວິຊາການ, ນໍາພາ-ຊີ້ນໍາ ກວດກາການປະຕິບັດໂຄງການຫຼັກສູດ, ນໍາພາ-ຊີ້ນໍາ ຄູ-ອາຈານ ເກັບກໍາຈໍານວນນັກຮຽນອ່ານບໍ່ໄດ້ ແລະ ຄິດໄລ່ເລກ 4 ປະການບໍ່ເປັນ ພ້ອມທັງຈັດຕັ້ງບໍາລຸງ ໄດ້ທັງໝົດ 1.560 ນ້ອງ, ຍິງ634ນ້ອງ, ອອກແບບແຜນຜັງໂຮງຮຽນ, ກໍານົດບ່ອນຈະປູກຕົ້ນໄມ້, ເສັ້ນທາງ, ເດີ່ນຫຼິ້ນກິລາທຸກປະເພດ, ເຮັດເຮືອນຮົ່ວສວນຄົວກ້າແນວພັນ ເບ້ຍໄມ້ກິນໝາກ, ເບ້ຍໄມ້ອຸດສາຫະກໍາ ແລະ ນໍາພາຜະະລິດຝຸ່ນຊີວະພາບ, ຈຸລິນຊີສັງເຄາະແສງ, ຈຸລິນຊີໜໍ່ກ້ວຍ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.

ຕອນທ້າຍ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ພະນັກງານທີ່ລົງກໍ່ສ້າງຮາກຖານ ແລະ ຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນວຽກງານການລົງກໍ່ສ້າງຮາກຖານຕາມສາຍຕັ້ງ ຂອງຂະແໜງສຶກສາທິການ ແລະ ກິລາແຂວງ ຈຳນວນ 11 ທ່ານ.

About admins16