ບໍລິຄຳໄຊ ເປີດການແຂ່ງຂັນປະກວດບົດກະວີ – ບົດເພງ ແລະ ນັກຮ້ອງສຽງດີ 25 – 27 ພະຈິກ 2022

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 47 ປີ ໃຫ້ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍຄວາມໝາຍ ແລະ ຄວາມສຳຄັນ ທັງເປັນການປຸກລະດົມຂະບວນການອະນຸລັກ ແລະ ສົ່ງເສີມສິລະປະວັນນະຄະດີ, ສົ່ງເສີມຜູ້ມີຫົວຄິດ ປະດິດສ້າງ, ມີຄວາມຮູ້ຄວາມສາມາດ, ມີພອນສະຫວັນ ຢູ່ພາຍໃນແຂວງໄດ້ມີການພັດທະນາ ແລະ ປະກອບສ່ວນເຂົ້າໃນຂະບວນການລວມຂອງແຂວງ ໃຫ້ມີຫລາກຫລາຍສີສັນຍິ່ງໆຂຶ້ນ. ໃນຕອນແລງວັນທີ 25 ພະຈິກ 2022 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍລິຄຳໄຊ ຈຶ່ງໄດ້ຈັດການແຂ່ງຂັນປະກວດບົດກະວີ-ບົດເພງ ແລະ ນັກຮ້ອງສຽງດີ ຂຶ້ນ ຢູ່ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ເມືອງ, ພະນັກງານລັດຖະກອນ ຕະຫຼອດຮອດມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມ.

ການຈັດງານປະກວດໃນຄັ້ງນີ້ ໄດ້ມີບັນດານັກປະພັນຈາກພາກສ່ວນຕ່າງໆພາຍໃນແຂວງ ສົ່ງບົດກາວີ-ບົດເພງ ເຂົ້າຮ່ວມປະກວດທັງໝົດ 37 ບົດ, ໃນນັ້ນ ມີບົດເພງ 19 ບົດ, ບົດ ກະວີ 18 ບົດ ຊຶ່ງຄະນະກຳມະການໄດ້ດຳເນີນການປະກວດ ແລະ ຕັດສິນໄປສໍາເລັດ ໃນວັນທີ 24 ພະຈິກ 2022.

ສໍາລັບການປະກວດນັກຮ້ອງສຽງດີ ໄດ້ແບ່ງອອກເປັນ 2 ລຸ້ນ ຄື: ລຸ້ນນັກຮຽນຊັ້ນມັດທະຍົມມໍຕົ້ນ ແລະ ມໍປາຍ ມີຜູ້ສະໝັກເຂົ້າຮ່ວມແຂ່ງຂັນປະກວດ 17 ນ້ອງ, ຍິງ 7 ນ້ອງ ແລະ ລຸ້ນນັກຮ້ອງທົ່ວໄປ ມີຜູ້ສະໝັກເຂົ້າປະກວດ 23 ທ່ານ, ຍິງ 8 ທ່ານ, ໂດຍໃຊ້ເວລາ ແຂ່ງຂັນ 3 ຄືນຈຶ່ງຈະສຳເລັດ.

ໃນຄ່ຳຄືນວັນທີ 25 ແມ່ນຄັດເລືອກໄວ້ 7 ນ້ອງ ແລະ ຄືນທີ 26 ລຸ່ນທົ່ວໄປ ຄັດເລືອກໄວ້ 7 ຄົນ ເພື່ອຈະຊິງຊະນະເລີດໃນຄືນວັນທີ 27 ພະຈິກ 2022.

ໃນງານ ໄດ້ປະກາດລາງວັນຊະນະເລີດການປະກວດແຕ່ງບົດເພງ ເຊິ່ງໄດ້ແກ່ບົດເພງ ບໍລິຄຳໄຊກ້າວໄກ ແຕ່ງໂດຍທ່ານ ບົວລິນ, ລາງວັນທີ 2 ບົດເພງ ບໍລິຄຳໄຊແດນໜ້າຢູ່ ແຕ່ງໂດຍ ທ່ານ ເພັງ ສະຫວັດ ແລະ ອັນດັບ 3 ບົດເພງ ສາວບໍລິຄຳໄຊແດນງາມ ແຕ່ງໂດຍ ທ່ານ ຍຸນໄຊ ປັນຍານຸວົງ ( ສໍ ໄຊປັນຍາ ).

ບົດກະວີ ( ກາບກອນ ) ຊະນະເລີດໄດ້ແກ່ບົດກອນ ບໍລິຄຳໄຊວັນໃໝ່ ແຕ່ງໂດຍ ທ່ານ ໂຕ່ ນວນພະສິດ ຈາກເມືອງປາກກະດິງ, ລາງວັນທີ 2 ບົດກອນ ເຊີນທ່ຽວບໍລິຄຳໄຊ ແຕ່ງໂດຍ ທ່ານ ອາຈານ ພູວົງ ພັດທະລັງສີ ແລະ ລາງວັນທີ 3 ບົດກອນ ທຳມະຊາດເທີນ 1 ແຕ່ງໂດຍທ່ານ ສົມຈັນ ສຸລິວັນ.

ສຳລັບປະເພດລາງວັນ ອັນດັບ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ 8 ແສນກີບ, ລາງວັນທີ 2 ໄດ້ຮັບເງິນສົດ 6 ແສນກີບ ແລະ ອັນດັບ 3 ໄດ້ຮັບເງິນສົດ 4 ແສນກີບ, ໃຫ້ກຽດມອບລາງວັນໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕາມລຳດັບ.

About admins16