ບໍລິຄໍາໄຊ – ຮ່າຕິ້ງ ແລກປ່ຽນບົດຮຽນຂົງເຂດຍຸຕິທຳ

ກອງປະຊຸມ ແລກປ່ຽນບົດຮຽນລະຫວ່າງ ພະແນກຍຸຕິທໍາແຂວງບໍລິຄໍາໄຊ ແລະ ພະແນກຍຸຕິທໍາແຂວງ ຮ່າຕິ້ງ ສສ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 23 ພະຈິກ 2022  ຢູ່ຫ້ອງປະຊຸມໂຮງແຮມ ໄວພຣາເລຣ  ທີ່ແຂວງຮ່າຕິ້ງ ສສ ຫວຽດນາມ, ຝ່າຍພະແນກຍຸຕິທໍາແຂວງບໍລິຄໍາໄຊ ນຳໂດຍ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ  ແລະ ຝ່າຍພະແນກຍຸຕິທໍາ ແຂວງຮ່າຕິ້ງ ນຳໂດຍ ທ່ານ ເລຫວຽດຮົ່ງ ຫົົວໜ້າພະແນກ, ມີຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງ ເຂົ້າຮ່ວມ.

ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ໄດ້ກ່າວວ່າ ໃນປີ 2017 ພະແນກຍຸຕິທໍາໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືລະຫວ່າງພະແນກຍຸຕິທໍາແຂວງບໍລິຄຳໄຊ ແລະ ພະແນກຍຸຕິທໍາແຂວງຮ່າຕິ້ງ ສສ ຫວຽດນາມ ໃນການພົວພັນຊ່ວຍເຫຼືອ ເປັນຕົ້ນການແລກປ່ຽນບົດຮຽນ, ຖອດຖອນວຽກງານທາງດ້ານກົດໝາຍ ເຊັ່ນ: ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານກໍສ້າງ ແລະ ບໍລຸງພະນັກງານ ທີ່ໄດ້ສົ່ງພະນັກງານເຂົ້າຝືກອົບຮົມໄລຍະສັ້ນ ມີ ວຽກງານກົດໝາຍ ແລະ ວຽກງານທະບຽນສານ ຈໍານວນ 15 ຄົນ, ຍິງ 5 ຄົນ ໂດຍແມ່ນທືນສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ.

ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງພະແນກ ໄລຍະຜ່າມມາ ໂດຍສະເພາະປີ 2022 ແມ່ນປີທີ່ມີຄວາມໜາຍສຳຄັນພິເສດສໍາລັບ ຫວຽດນາມ ແລະ ລາວ ເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ (5 /9/ 1962 -5 /9/ 2022) ແລະ 45 ປີ ແຫ່ງການວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (18 /7/ 1977 – 18 /7/ 2022).

 

About admins16