ສະຫາຍ ຮ້ອຍເອກ ຄໍາຜາ ຫຼວງແສງເພັດ ແບບຢ່າງຂອງກົມກອງ ໃນການສ້າງເສດຖະກິດຄອບຄົວ

ສະຫາຍ ຮ້ອຍເອກ ຄໍາຜາ ຫຼວງແສງເພັດ ຫົວໜ້າຂະແໜງຜະລິດ ປະຈໍາຢູ່ກອງພັນ 617 ທະຫານແຂວງ ບໍລິຄໍາໄຊ ແມ່ນບຸກຄົນໜຶ່ງທີ່ຢືນຢູ່ແຖວໜ້າໃນການເພີ່ມພູນຜະລິດຜົນປູກຝັງ – ລ້ຽງສັດ ສ້າງເສດຖະກິດຄອບຄົວໃຫ້ມີການພັດທະນາດີຂຶ້ນເລື້ອຍໆ ໂດຍການຍາດເວລາຫວ່າງນອກໂມງການຫັນເອົາການລ້ຽງເປັດເທບ ແລະ ປູກມັນຕົ້ນເປັນອາຊີບເສີມ, ນອກຈາກນີ້ ສະຫາຍຍັງໄດ້ເອົາໃຈນໍາພາພະນັກງານ – ນັກຮົບໃນກົມກອງ ເອົາໃຈໃສ່ພັດທະນາຊີວິດການເປັນຢູ່ຕາມປະສົບການທີ່ຕົນໄດ້ຮຽນຮູ້ຜ່ານມາຢ່າງມີຂະບວນການຟົດຟື້ນ ໂດຍຖືເອົາການຈັດຕັ້ງຜັນຂະຫຍາຍທິດນຳເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງກົມໃຫຍ່ພະລາທິການກອງທັບວາງອອກເຂົ້າສູ່ຊີວິດຕົວຈິງ ເຮັດໃຫ້ສະຫາຍ ຮ້ອຍເອກ ຄໍາຜາ ຫຼວງແສງເພັດ ໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກອົງການຈັດຕັ້ງຂັ້ນເທິງ ແລະ ໄດ້ຮັບການຍອມຮັບຈາກຄະນະພັກ – ຄະນະບັນຊາ, ໝູ່ເພື່ອນ, ພະນັກງານ – ນັກຮົບໃນກົມກອງດ້ວຍດີຕະຫຼອດມາ.

ສະຫາຍ ຮ້ອຍເອກ ຄໍາຜາຍ ຫຼວງແສງເພັດ ມີຖິ່ນກຳເນີດຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ, ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຄວາມມຸ່ງມາດປາດຖະໜາຢາກຮັບໃຊ້ຊາດ ສະຫາຍຈື່ງໄດ້ສະໝັກໃຈເຂົ້າຮ່ວມການປະຕິວັດຮັບຊາດນຖັນແຖວຂອງກອງທັບໃນວັນທີ 28 ກັນຍາ 2010, ຫຼັງຈາກສະຫາຍເຂົ້າມາເປັນລູກຫຼານຂອງກອງທັບກໍ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືກົມກອງວາງອອກໄດ້ເປັນຢ່າງດີ, ເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ, ດຸໝັ່ນຫ້າວຫັນ ໃນການອອກແຮງງານເພີ່ມພູນຜະລິດຜົນປູກຜັກຕາມລະດູການສະໜອງເຂົ້າເຮືອນຄົວລວມເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ດັ່ງນັ້ນ ສະຫາຍຈື່ງຖືເອົນການລ້ຽງເປັດເທບ ແລະ ປູກມັນຕົ້ນ ເປັນວຽກເສີມ ເປັນກິດຈະກໍາໃນຍາມຫວ່າງຂອງຄອບຄົວ ເພື່ອສ້າງລາຍຮັບເພີ່ມໃຫ້ຄອບຄົວ ໄດ້ດີສົມຄວນ, ເຊີ່ງເປັດທີ່ສະຫາຍໄດ້ນໍາມາລ້ຽງນັ້ນ ແມ່ນໄດ້ສັ່ງເປັດນ້ອຍຈາກປະເທດຫວຽດນາມມາລ້ຽງ, ຕົກຖືກເດືອນໜື່ງປະມານ 400-500 ໂຕ, ໝູນວຽນໄປເລື້ອຍໆ, ສະເລ່ຍແລ້ວສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ 70 ລ້ານ ຫາ 80 ລ້ານກີບຕໍ່ປີ ເຊີ່ງມາດເປັນທືນຮອນສົມທົບໃສ່ເງີນເດືອນ ເພື່ອນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ, ໃຊ້ຈ່າຍດໍາລົງຊີວິດປະຈໍາວັນ ພາຍໃນຄອບຄົວໃຫ້ນັບມື້ດີຂື້ນເປັນກ້າວໆ.

ສະຫາຍ ພັນໂທ ທອງມາ ໄຊຍະວົງ ຫົວໜ້າການເມືອງ ກອງພັນ 617 ໄດ້ຕາງໜ້າໃຫ້ການຈັດຕັ້ງກົມກອງຢືນຢັ້ນວ່າ: ສະຫາຍ ຮ້ອຍເອກ ຄໍາຜາ ຫຼວງແສງເພັດ ຫົວໜ້າຂະແໜງຜະລິດ ກອງພັນ 617 ແມ່ນຜູ້ໜຶ່ງທີ່ມີຄວາມດຸໝັ່ນຫ້າວຫັນໃນວຽກງານທໍາການຜະລິດປູກຝັງ-ລ້ຽງສັດສ້າງລາຍຮັບໃຫ້ຄອບຄົວ ແລະ ເປັນແບບຢ່າງທີ່ດີໃນການນໍາພາອ້າຍນ້ອງພາຍໃນກົມກອງເພີ່ມພູນຜະລິດຜົນສ້າງລາຍຮັບໃຫ້ກົມກອງ ກໍ່ຄື ພັດທະນາຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນ.

ສະຫາຍ ພັນໂທ ທອງມາ ໄຊຍະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກນີ້ສະຫາຍ ຮ້ອຍເອກ ຄໍາຜາ ຫຼວງແສງເພັດ ຍັງມີຄວາມສາມັກຄີກັບໝູ່ເພື່ອນ ສົມແລ້ວທີ່ສະຫາຍໄດ້ຮັບການຍອມຮັບຈາກຄະນະພັກ – ຄະນະບັນຊາ, ພະນັກງານ – ນັກຮົບ ໃຫ້ກາຍເປັນບຸກຄົນຕົວແບບຂອງກົມກອງ ຢືນຢູ່ແຖວໜ້າໃນການສ້າງເສດກິດຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກດ້ວຍດີຕະຫຼອດມາ.

About admins14