ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກ ສາທາລະນະສຸກ ກາງສະໄໝ

ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກ ສາທາລະນະສຸກແຂວງ ກາງສະໄໝ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2023 ຢູ່ຫ້ອງປະຊຸມຂອງຕົນ, ເຂົ້າຮ່ວມໂດຍ ສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ສະຫາຍ ດຣ ສອນໄຊ ປັນຍານຸວົງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະພັກຮາກຖານ, ສະມາຊິກພັກ-ພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່, ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 838/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ບາງເນື້ອໃນຂອງກົດລະບຽບພັກ ສະໄໝທີ XI ທັ້ງນີ້ກໍ່ເພື່ອເປັນການສ້າງໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ກຳແໜ້ນເນື້ອໃນບັນດາມະຕິ, ຄຳສັ່ງ ແລະ ຄຳແນະນຳຕ່າງໆ.

ກອງປະຊຸມ ຍັງຈະໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ກາງສະໄໝ ແລະ ທິດທາງແຜນການ, ແນະນໍາຮ່າງທາບທາມບຸກຄະລິກກະພາບ, ຄວາມເຊື່ອໝັ້ນໄວ້ວາງໃຈຂອງຄະນະພັກ, ສະມາຊິກພັກ ທີ່ມີຕໍາແໜ່ງປະເພດ 6 ຂຶ້ນໄປ ແລະ ອື່ນໆ, ໂດຍກອງປະຊຸມຈະໄດ້ດໍາເນີນເປັນເວລາ 3 ວັນຈຶ່ງສໍາເລັດ ແຕ່ວັນທີ 22-24 ກຸມພາ 2023.

About admins14