ບໍລິຄັນ ຮັບຮອງເອົາບ້ານ ປາກເຫືອງ ເປັນບ້ານວັດທະນະທໍາ

ພີທີປະກາດຮັບຮອງເອົາ ບ້ານປາກເຫືອງ ເປັນບ້ານວັດທະນະທໍາ ບ້ານທີ່ 44 ຂອງເມືອງບໍລິຄັນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກຸມພາ 2023, ເຂົ້າຮ່ວມໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ທ່ານ ວັນເລີນ ປຸຸ້ຍໄມນີ ເຈົ້າເມືອງບໍລິຄັນ ແລະ ທ່ານ ບົວສອນ ບຸດຊາວດອນ ຮອງຫົົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ້ອງທ່ຽວແຂວງ ມີການນໍາຂອງແຂວງ, ເມືອງ, ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນພີທີ ໄດ້ລາຍງານການຈັດຕັ້ງປະຕິບັດຊີ້ນໍາ-ນໍາພາໃນໄລຍະຜ່ານມາ ເຫັນວ່າໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີຄວາມຕື່ນຕົວປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ຂອງບ້ານ, ເປັນເຈົ້າການໃນການສ້າງສາພັດທະນາຕົນເອງ, ເຮັດໃຫ້ຊີວິດການເປັນຢູ່ດີຂື້ນ, ຄວາມທຸກຢາກໄດ້ຮັບການແກ້ໄຂ, ມີຄອບຄົວຕົວແບບໃນການປູກຝັງ ແລະ ລ້ຽງສັດ ກາຍເປັນຄອບຄົວພັດທະນາຫຼາຍຂຶ້ນ, ປະຊາຊົນມີຄວາມອູ່ນອຽງທູ່ນທ່ຽງ ເຊື້ອໜັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ມີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຕີດພັນກັບການສ້າງບ້ານເປັນຫົວໜ່ວຍພັດທະນາ.

ໃນຕອນທ້າຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ໄດ້ສະແດງຄວາມຍ້ອງຍໍຊົຍເຊີຍຕໍ່ຜົນງານ ແລະ ໄຊຊະນະອັນພັ້ນເດັ່ນ ຂອງບັນດາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຍາດມາໄດ້ ຈົນສາມາດຮັບຮອງເອົາບ້ານດັ່ງກ່າວເປັນບ້ານວັດທະນະທໍາ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຈົ່ງເອົາໃຈໃສປະຕີບັດຕາມ 4 ເນື້ອໃນ 4 ຄາດໜາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເມືອງວາງອອກໃຫ້ສອດຄ່ອງ ຮັກສາຄາມສາມັກຄີເປັນປືກແຜ່ນແໜ້ນໜາ ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ຂອບເຂດຂອງຕົນຮັບຜິດຊອບ ມີຄວາມສະຫງົບປອດໄພຂຶ້ນເປັນກ້າວໆ.

ຈາກນັ້ນບັນດາການນໍາພັກລັດຂັ້ນແຂວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອຍັ້ງຢືນວ່າບ້ານປາກເຫືອງ ເມືອງບໍລິຄັນ ໄດ້ຮັບຮອງເປັນບ້ານວັດທະນະທໍາແລ້ວ.

About admins14