ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ບໍລິຄໍາໄຊ ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 112 ປີ

ຕອນເຊົ້າວັນທີ 18 ມີນາ 2022 ນີ້ ສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 112 ປີ (ວັນທີ 08 ມີນາ 1910 – 08 ມີນາ 2022) ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ, ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ພັນເອກ ຄໍາແພງ ນໍາພາວັນ ປະທານກວດກາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

   ໃນພິທີ ທ່ານ ພັນເອກ ຄໍາແພງ ນໍາພາວັນ ໄດ້ເລົ່າຄືນປະຫວັດ, ຄວາມເປັນມາ ແລະ ມູນເຊື້ອຂອງວັນແມ່ຍິງສາກົນ ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 08 ມີນາ ປີ 1910 ເຊິ່ງໄດ້ກໍາເນີດເກີດຂື້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນໃນໂລກມີການຂະຫຍາຍຕົວ, ກໍາມະກອນເພດຍິງທີ່ເຮັດວຽກຢູ່ຕາມບັນດາໂຮງຈັກ, ໂຮງງານອຸດສາຫະກໍາຂອງນາຍທຶນໄດ້ຖືກກົດຂີ່ຂູດຮີດໃຊ້ແຮງງານຢ່າງໜັກໜ່ວງ, ພວກເຂົາບັງຄັບໃຫ້ເຮັດວຽກໃນມື້ໜຶ່ງຫຼາຍຊົ່ວໂມງ ໂດຍບໍ່ມີການພັກຜ່ອນ ແຕ່ໄດ້ຄ່າແຮງງານໜ້ອຍ, ບໍ່ມີການປະກັນສຸຂະພາບ, ແມ່ຍິງແມ່ນບໍ່ມີສິດສະເໝີພາບເທົ່າທຽມກັບຜູ້ຊາຍ, ຖືກດູຖູກມິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກທຸບຕີທໍລະມານ, ຖືກຂົ່ມຂືນທໍາຊໍາເລົາ ແລະ ຖືກໄລ່ອອກຈາກວຽກ, ໃນເວລາຖືພາ, ເກີດລູກໃໝ່ ຫຼື ເວລາເຈັບເປັນກໍ່ບໍ່ໄດ້ຮັບການປິ່ນປົວເບິ່ງແຍງ,​ ຕໍ່ສະພາບການ ແລະ ຄວາມທຸກທໍລະມານຄືດັ່ງກ່າວ ບັນດາກໍາມະກອນຍິງໃນທົ່ວໂລກຈຶ່ງມີຄວາມຄຽດແຄ້ນ ແລະ ໄດ້ສາມັກຄີກັນລຸກຮື້ຂື້ນຕໍ່ສູ້ເພື່ອທວງສິດເສລີພາບ, ຄວາມຍຸຕິທໍາຈາກພວກນາຍທຶນຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າພາຍໃຕ້ຄໍາຂັວນທີ່ວ່າ: ຜູ້ໜຶ່ງຕ້ອງເຮັດວຽກມື້ລະ 08 ຊົ່ວໂມງ, ແມ່ຍິງ-ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປະກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ວັນທີ 08 ມີນາ ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ບັນດາປະເທດນາຍທຶນໃນທົ່ວໂລກ, ຈາກນັ້ນຈຶ່ງໄດ້ກໍານົດເອົາ ວັນທີ 08 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ, ແມ່ນເຫດການການເມືອງທີ່ສໍາຄັນ, ເປັນຂີດໝາຍທາງປະຫວັດສາດແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ທີ່ຕໍ່ສູ້ເພື່ອປົດປ່ອຍຕົວເອງຈາກເຫດການປະຫັວດສາດໃນມື້ນັ້ນຈົນເຖິງປະຈຸບັນແມ່ນຄົບຮອບ 112 ປີ, ເຊິ່ງແຕ່ລະປີ ໄດ້ມີຄໍາຂັວນວັນແມ່ຍິງສາກົນທີ່ສະແດງເຖິງສິດເສລີພາບຂອງແມ່ຍິງ ແລະ ຜູ້ຊາຍແມ່ນເທົ່າທຽມກັນ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ຄໍາຂັວນວັນແມ່ຍິງສາກົນ ປີ 2022 ແມ່ນ: ສິດສະເໝີພາບຍິງ-ຊາຍໃນມື້ນີ້ຄືຄວາມຍຶນຍົງໃນອະນາຄົດ.

   ທ່ານ ພັນເອກ ຄໍາແພງ ນໍາພາວັນ ຍັງໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງຮາກຖານ ປກສ ແຂວງ ພ້ອມດ້ວຍສະມະຊິກແມ່ຍິງທຸກສະຫາຍ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ພັດທະນາຕົນເອງໃນທຸກດ້ານໃຫ້ມີຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ວຽກງານການເມືອງ, ວຽກງານວິຊາສະເພາະ ແລະ ວຽກງານຂະບວນການແມ່ຍິງ 03 ດີ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ເອກະລັກສະເພາະຂອງແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ເພື່ອສ້າງຕົນເອງໃຫ້ມີບົດບາດການນໍາພາທີ່ສູງເດັ່ນຂື້ນ ກາຍເປັນພະນັກງານສືບທອດທີ່ດີຂອງກໍາລັງປ້ອງກັນຄວາມສະຫງົບໃນຕໍ່ໜ້າ.

 

About admin11