ປກສ ເມືອງບໍລິຄັນ ສຶບຕໍ່ເຄື່ອນໄຫວເຜີຍແແຜ່ວາລະແຫ່ງຊາດ ໃນການແກ້ໄຂ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງຢາເສບຕິດ ຢູ່ວິທະຍາໄລ ກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ

  ວັນທີ 17 ມີນາ 2022 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ສືບຕໍໍ່ເຄື່ອນໄຫວລົງເຜີຍແຜ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ໂຮງຮຽນ ວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດ ເຂົ້າຮ່ວມ ເປັນປະທານຂອງ ທ່ານ ພັທ  ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ມີຄະນະຮັບຜິດຜິດຊອບ ແກ້ໄຂຢາເສບຕິດຂັ້ນເມືອງ, ພະນັກງານ – ນັກຮົບ ປກສ ກຸ່ມບ້ານ, ມີຄະນະອຳນວຍການໂຮງຮຽນ, ຄູ, ອາຈານ ແລະ ນັກສຶກສາ   ເຂົ້າຮ່ວມ.

  ໃນພິທີ ຄະນະຮັບຜິດຊອບ ໄດ້ເຜີຍແຜ່ເອກກະສານສຳຄັນຕ່າງໆ ໃຫ້ຄູ, ອາຈານ ແລະ ນັກສຶກສາ ໄດ້ຮັບຮູ້ເຂົ້າໃຈ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ່ 02/ກມສພ, ລົງວັນທີ 26 ກັນຍາ 2021, ວ່າດ້ວຍການເພີ່ມທະວີນຳພາຂອງຄະນະພັກແຕ່ລະຂັ້ນ ຕໍ່ກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ່ 446/ຄປພ.ຂບຊ, ລົງວັນທີ່ 01 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງຄະນະການນຳພາ – ຊີ້ນໍາ ແລະ ຄະນະຮັບຜິດຊອບ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ  ພ້ອມນັ້ນ ຍັງຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໃຫ້ຄູ, ອາຈານ ແລະ ນັກສືກສາໄດ້ຮັບຮູ້ ເຂົ້າໃຈ, ເຊີ່ງຢາເສບຕິດແຕ່ລະປະເພດ ລ້ວນແຕ່ມີຜົນກະທົບໂດຍກົງຕໍ່ ກັບບຸກຄົນ ແລະ ຄອບຄົວ ທີ່ພົວພັນ ແລະ ຄ້າຂາຍ ຢາເສບຕິດ,  ຕໍ່ກັບຜູ້ເສບກໍ່ຈະເຮັດໃຫ້ ຮ່າງກາຍສຸດໂຊມ, ຈ່ອຍຜອມ, ເກີດອາການປະສາດຫຼອນ ເຮັດໃຫ້ການປະກອບອາຊີບ ພັດທະນາຄອບຄົວຫລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບສຸກ,  ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊີງຊັບ, ຂົ່ມຂືນທໍາສຳເລົາ ແລະ ອື່ນໆ.

ຕໍ່ກັບຜູ້ທີ່ພົວພັນ ຄ້າຂາຍ ກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ, ຖືກສານຕັດສີນລົງໂທດຕັດອິດສະຫລະພາບ, ຈຳຄຸກຕາມສະຖານໜັກ ຫຼື ເບົາ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດອິດສາຫລະພາບຕະຫຼອດຊີວິດ ຫຼື ຖືກປະຫານຊິວິດ.

ທ່ານ ພັທ  ແກ້ວສຸວັນ ວັນນະແຝງ ໄດ້ເນັ້ນໜັກໃຫ້ຄູ, ອາຈານ ແລະ ນັກສຶກສາໃຫ້ຄວາມ ຮ່ວມມື ຊ່ວຍເຫຼືອເຈົ້າໜ້າທີ່   ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ ນັກສຶກສາຜູ້ໃດ ທີ່ພົວພັນເສບຢາເສບຕິດ ກໍ່ໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມບາດກ້າວ ຂັ້ນຕອນ, ແນໃສ່ເຮັດໃຫ້ບັນຫາການແຜ່ລະບາດຂອງຢາເສບຕິດ ຫຼຸດໜ້ອຍຖອຍລົງ.

ຈາກນັ້ນຄະນະຮັບຜິດຊອບຈະໄດ້ຮ່ວມມືປະສານສົມທົບກັບຄູ, ອາຈານ, ຕໍ່ກັບນັກສຶກສາທີ່ດື້ດ້ານ ບໍ່ຟັງຄວາມຈະໄດ້ສືກສາອົບຮົມກ່າວເຕືອນ ລາຍງານໃຫ້ພໍ່ – ແມ່ຜູ້ປົກຄອງສຶກສາອົບຮົມໃຫ້ຢຸດເຊົາ, ເພື່ອແນ່ໃສ່ໃຫ້ໂຮງຮຽນກາຍເປັນໂຮງຮຽນຕົວແບບ ແລະ ປອດຢາເສບຕິດ.

 

About admin11