ດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ອຄ ແຂວງ

ບັ້ນດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ມີນາ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງສະຫາຍ ທອງສີ ວົງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ທ່ານປະທານ ໄດ້ຍົກໃຫ້ເຫັນ ເນື້ອໃນຈິດໃຈຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ – ອົງການ, ແຂວງ – ນະຄອນຫຼວງ, ອົງຄະນະພັກເມືອງ – ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ການກະກຽມ ກອງປະຊຸມໃຫຍ່ແຕ່ລະຂັ້ນ ດຳເນີນຖືກຕ້ອງ ຕາມກົດລະບຽບຂອງພັກ, ຮັບປະກັນ ການຊີ້ນຳ – ນຳພາ ຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບໃນທົ່ວພັກ ເຊິ່ງການດຳເນີນກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ເປັນການປັບປຸງພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມສາມາດ ໃນການນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທ່ວງ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ສຳລັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຂອງພັກແຕ່ລະຂັ້ນ ນັບແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນ ຈະໄດ້ມີການສ້າງຂະບວນການ ເພື່ອເລືອກເຟັ້ນເອົາບຸກຄະລາກອນ ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະກອບຂອງຄະນະພັກແຕ່ລະຂັ້ນ, ກະກຽມດ້ານເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ – ສັງຄົມ, ບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກ ແລະ ການກະກຽມດ້ານບຸກຄະລາກອນ.

ນອກນັ້ນ ໃນພິທີ ຍັງໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງສອງພາກ ແລະ ບົດສຳຫຼວດການນຳພາລວມ, ຜ່ານມາດຖານເງື່ອນໄຂຜູ້ຈະລົງສະໝັກຮັບເລືອກຕັ້ງ ເຂົ້າໃນໜ່ວຍພັກ ແລະ ດຳເນີນການທາບທາມບຸກຄະລາກອນ ຂອງຄະນະໜ່ວຍພັກ.

About admins16