ສະຫະພັນກຳມະບານ ສະຫຼຸບການກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ທາບທາມບຸກຄາລາກອນ

ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດ ວຽກງານການຂຶ້ນແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ໃນໄລຍະຜ່ານມາ ແລະ ທາບທາມບຸກຄາລາກອນ ຂອງສະຫະພັນກຳມະບານແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ ບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ເງຍຈັນທະສອນຮອງຫົວໜ້າຄະນະຈັດຕັ້ງແຂວງ ມີຄະນະຮັບຜິດຊອບ, ຄະນະປະທານກຳມະບານ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າມີຜົນສຳເລັດຫຼາຍດ້ານ ໂດຍຄະນະປະທານສະຫະພັນກຳມະບານແຂວງ ໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄູ້ມຄອງຂັ້ນແຂວງ ໄດ້ຂຶ້ນແຜນກຳນົດຕໍາແໜ່ງງານທົ່ວສະຫະພັນກຳມະບານແຂວງ ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຕໍາແໜ່ງປະທານ 1 ຕໍາແໜ່ງ, ຮອງປະທານ 2 ຕໍ່າແໜ່ງ ແລະ ຫົວໜ້າຂະແໜງ 5 ຕໍາແໜ່ງ ສາມາດປະຕິບັດໄດ້ 100% ແລະ ຕໍາແໜ່ງຮອງຂະແໜງຈໍານວນ 3 ຕໍາແໜ່ງປະຕິບັດໄດ້ 80 %, ສຳລັບວຽກງານການບຳລຸງກໍ່ສ້າງພັກ-ພະນັກງານ ເຫັນວ່າສະມາຊິກພັກ-ພະນັກງານໄດ້ຮັບການຍົກລະດັບທາງດ້ານທິດສະດີ ແລະ ດ້ານວິຊາສະເພາະຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

ກອງປະຊຸມຄັ້ງນີ້ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງສະຫະພັນກຳມະບານແຂວງ ແຕ່ປີ 2021-2025.

About admins14