ຄົບຮອບ 39 ປີ ອົງການກວດກາພັກ-ລັດ ສປປ ລາວ

ພິທີປາຖະກະຖາລະນຶກວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ (16 ກຸມພາ 1982 – 16 ກຸມພາ 2021) ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດປາຖະກະຖາໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີການນຳຂອງແຂວງ, ຄະນະກວດກາພັກ-ລັດແຕ່ລະຂັ້ນ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນທະຫານ-ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ວັນວິໄລ ແດນພູຫຼວງ ໄດ້ເວົ້າວ່າ: ວຽກງານກວດກາພັກ-ລັດ ແມ່ນວຽກງານໜຶ່ງ ໃນພາລະບົດບາດນຳພາຄຸ້ມຄອງການຈັດຕັ້ງ, ຢາກນຳພາ-ຄຸ້ມຄອງໄດ້ດີ ແລະ ໄປຕາມຈຸດປະສົງທີ່ກຳນົດໄວ້ ຕ້ອງມີການຕິດຕາມ-ກວດກາ, ພັກເຮົາກໍ່ເຫັນໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ວຽກງານກວດກາເປັນພິເສດ ໄດ້ກຳນົດທັດສະນະຢ່າງຈະແຈ້ງວ່າ “ມີການນຳພາຕ້ອງມີການກວດກາ” ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປີ 1972 ໄດ້ກຳນົດວຽກງານກວດກາ ແລະ ການຈັ້ດຕັ້ງຄະນະກວດກາພັກໃນກົດລະບຽບພັກ ເຊິ່ງລະບຸວ່າ: “ກອງປະຊຸມຄະນະບໍລິຫານງານສູນກາງ, ແຂວງ, ຂັ້ນເມືອງ ແລະ ຂັ້ນພື້ນຖານ ຕ້ອງເລືອກເອົາກຳມະການພັກຈຳນວນໜຶ່ງ ມາຈັດຕັ້ງເປັນຄະນະຮັບຜິດຊອບວຽກງານກວດກາ ແລະ ຕິດຕາມການປະຕິບັດວິໄນຕໍ່ສະມາຊິກພັກ.

ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ວຽກງານກວດກາພັກ ໄດ້ສືບຕໍ່ປັບປຸງ, ມີການຈັ້ດຕັ້ງ ແລະ ເຄື່ອນໄຫວ ມີລັກສະນະເອກະລາດຈະແຈ້ງກວ່າເກົ່າ, ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ່ 8 ສະໄໝທີ II ປີ 1980 ຈຶ່ງໄດ້ກຳນົດວ່າ ຕ້ອງຈັດຕັ້ງຄະນະກວດກາຂຶ້ນ ແລະ ໄດ້ອອກດຳລັດເລກທີ 02, ລົງວັນທີ 16 ກຸມພາ 1982 ໄດ້ກຳນົດໃຫ້ສ້າງຕັ້ງຄະນະກວດກາພັກ-ລັດ ຊຶ່ງເປັນກົງຈັກເອກະລາດ ແລະ ເຄື່ອນໄຫວຕາມຂໍ້ກຳນົດເລກທີ 04, ລົງວັນທີ 16 ກຸມພາ 1982 ວ່າດ້ວຍຄະນະກຳມະການກວດກາພັກ-ລັດ ຂອງສູນການພັກປະຊາຊົນປະຕິວັດລາວ, ສະພາລັດຖະມົນຕີ ສປປ ລາວ. ນັບແຕ່ໄດ້ຮັບການສ້າງຕັ້ງ ກົງຈັກການຈັດຕັ້ງ ຄະນະກຳມະການກວດກາ ໄດ້ເຄື່ອນໄຫວຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຢ່າງຮອບດ້ານ.

About admins16