ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຂອງ ສຊປລ ກຸ່ມໜອງກອກ

 

ໃນວັນທີ 18 ມີນາ 2021 ຢູ່ທີ່ຫ້ອງປະຊຸມ ສູນມິດຕະພາບ ຊາວຫນຸ່ມລາວ-ຫວຽດນາມ ໄດ້ຈັດ ພິທີປິດສະຫລຸບ ການເຄື່ອນໄຫວວຽກງານ ກໍ່ສ້າງຮາກຖານການເມືອງ ຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາພັນ ສຸພັນທະວົງ ເລຂາຫນ່ວຍພັກ ສູນມິດຕະພາບ ຊາວຫນຸ່ມລາວ-ຫວຽດນາມ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ ໂດຍ ສະຫາຍ ແສງດາວ ແກ້ວຂາວມະນີ, ຄະນະພັກ ຮອງປະທານກວດກາ, ຫົວຫນ້າກົມກວດກາ ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ, ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານ ຊາວຫນຸ່ມແຂວງບໍລິຄໍາໄຊ, ສະຫາຍ ຄໍາຫມັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຜູ້ແທນຈາກສູນກາງຊາວຫນຸ່ມ, ຊາວຫນຸ່ມແຂວງ, ຊາວຫນຸ່ມເມືອງ, ບ້ານເປົ້າຫມາຍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີ ສະຫາຍ ບຸນຄຸນ ສີມາຍາ ຫົວຫນ້າພະແນກ ກວດກາ ຊາວຫນຸ່ມ-ເຍົາວະຊົນ ກົມກວດກາ ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ໄດ້ຂຶ້ນຜ່ານບົດສະຫລຸບ ການເຄື່ອນໄຫວວຽກງານຂອງຄະນະກໍ່ສ້າງຮາກຖານ ການເມືອງ ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ປະຈໍາກຸ່ມ ຫນອງກອກ ເມືອງຄໍາເກີດ ເຊິ່ງຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຫລາຍດ້ານ. ພິທີ ສະຫາຍ ນາງ ບຸນເພັງ ນາດາ ຮອງຫົວຫນ້າ ກົມຈັດຕັ້ງ ສູນກາງຊາວຫນຸ່ມ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການ ອະນຸມັດ ໃຫ້ພະນັກງານກໍ່ສ້າງຮາກຖານການເມືອງ ສູນກາງຊາວຫນຸ່ມ ປະຈໍາກຸ່ມຫນອງກອກ 3 ສະຫາຍ ກັບຄືນກົມກອງເກົ່າ ແລະ ຮັບຟັງການປະກອບຄໍາເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມ. ພິທີ ອັນສະຫງ່າລາສີນີ້ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ຜູ້ມີຜົນງານດີເດັ່ນ ພ້ອມທັງ ໄດ້ເປັນກຽດຮັບຟັງ ການໂອ້ລົມ ຂອງສະຫາຍ ແສງດາວ ແກ້ວຂາວມະນີ ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ເນັ້ນຫນັກໃຫ້ຄະນະພັກ ຈົ່ງສືບຕໍ່ຢ່າງໄກ້ຊິດ ໃນການຊຸກຍູ້, ຊ່ວຍເຫລືອ ເບິ່ງແຍງ ເພື່ອເຮັດໃຫ້ສູນມິດຕະພາບ ຊາວຫນຸ່ມລາວ-ຫວຽດນາມ ມີການເຄື່ອນໄຫວຢ່າງຟົດຟື້ນ-ຕໍ່ເນື່ອງ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວ: ວິໄລພອນ ສີວິໄຊ 020 55653639

About admin11