ສະມາຊິກສະພາປະຊາຊົນແຂວງ ສະເໜີຫຼາຍບັນຫາ ເພື່ອບັນລຸແຜນພັດທະນາເສດຖະກິດ – ສັງຄົມ ແລະ ພັດທະນາຊົນນະບົດ

ໃນວາລະການປະກອບຄໍາເຫັນ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ທີ່ໄດ້ໄຂຂຶ້ນໃນວັນທີ 31 ມັງກອນ 2023 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ( ສສຂ ) ໄດ້ສະເໜີ ແລະ ປະກອບຄໍາຄິດເຫັນ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2022 ແລະ ທິດທາງແຜນການ 2023.

ສສຂ ໄດ້ສະເໜີ, ປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນ ສະເໜີໃຫ້ອົງການປົກຄອງແຂວງ ພິຈາລະນາເປັນແຂວງກຸ້ມຕົນເອງ ໃຫ້ມີການກຳນົດບຸກຄະລາກອນ ຫຼື ເຈົ້າໜ້າທີ່ ໃນການຈັດເກັບລາຍຮັບຢ່າງລະອຽດ ແລະ ເຂັ້ມງວດ ເປັນຕົ້ນ ຍົກສູງດ້ານຄວາມຮູ້, ຄວາມສາມາດ ແລະ ດ້ານເຕັກນິກວິຊາການ, ຄວນມີມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍ ຫຼື ລະບຽບການເງິນ ເພື່ອຮັບປະກັນໃຫ້ກາຍເປັນແຂວງກຸ້ມຕົນເອງໃນຕໍ່ໜ້າ, ການນຳເຂົ້າ-ສົ່ງອອກສິນຄ້າ ແມ່ນຍັງເຫັນວ່າມີການຊັກຊ້າ ຄວນຈະມີການແກ້ໄຂ, ກວດຄືນໃນການຂົນສົ່ງ, ລາຄາສິນຄ້າ, ສະເໜີໃຫ້ມີການລົງຕິດຕາມ ໃກ້ຊິດກັບການສົ່ງເສີມຜະລິດຕະພັນສິນຄ້າພາຍໃນ ໃນການກວດກາປະລິມານການຜະລິດ ແລະ ດ້ານລາຄາ.

ຍົກລະດັບວຽກງານວັດທະນະທໍາ – ສັງຄົມ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້, ຕິດຕາມ, ກວດກາໂຄງການສຳປະທານພາຍໃນແຂວງ ເພື່ອເຮັດໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ນະໂຍບາຍໃຫ້ຊາວກະສິກອນ ເປັນຕົ້ນແມ່ນ ການຟື້ນຟູປັບປຸງເນື້ອທີ່ດິນ, ສະໜອງແນວພັນທີ່ມີຄຸນນະພາບ, ຄຸ້ມຄອງລາຄາຝຸ່ນ, ປຸຍ ໃຫ້ມີຄວາມຄົງທີ່, ຝຶກອົບຮົມທາງດ້ານເຕັກນິກໃນການກ້າ-ການປູກໃຫ້ເປັນລະບົບ ມີປະສິດທິຜົນສູງ, ຄວນມີການຍ້ອງຍໍ ແລະ ນະໂຍບາຍໃຫ້ແກ່ຄອບຄົວທຸກຍາກ ແຕ່ມີຄວາມດຸໝັ່ນ ໃນການພັດທະນາຄອບຄົວຕົວເອງ ແຕ່ຜົນຜະລິດບໍ່ໄດ້ຕາມຄາດໝາຍ.

 

 

           ໃຫ້ມີການປັບປຸງຂອດການປະສານງານ ແລະ ມີການວາງແຜນຮ່ວມກັນ ລະຫວ່າງແຂວງ – ເມືອງ, ມີນະໂຍບາຍການສົ່ງເສີມຕໍ່ກຸ່ມປູກພືດເປັນສິນຄ້າ, ມີການຢັ້ງຢືນຄວາມສະອາດຂອງພືດຜັກ, ໃຫ້ພາກສ່ວນກ່ຽວຂ້ອງປັບປຸງກຸ່ມຄືນ, ສົມທົບກັບກຸ່ມຕະຫຼາດ ໃຫ້ມີນະໂຍບາຍເປັນພິເສດຕໍ່ກຸ່ມ, ສະເໜີໃຫ້ມີກູ້ຍືມເງິນໃນໄລຍະຍາວ ດອກເບ້ຍຕ່ຳໃຫ້ຊາວກະສິກອນ, ສະໜອງງົບປະມານແຕ່ລະໜ້າວຽກທີ່ຍັງບໍ່ບັນລຸ ໃຫ້ຖືກເປົ້າໝາຍ ແລະ ວຽກງານສາມສ້າງຕາມສາຍຕັ້ງ ສະເໜີໃຫ້ຫັນການລົງກໍ່ສ້າງຮາກຖານໃຫ້ມີເປົ້າໝາຍຕໍ່ກັບການປະລະການຮຽນ.

About admins16