ຫຼາຍວຽກງານສໍາຄັນ ໃນປີ 2023 ທີ່ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດ

ເພື່ອຮັບປະກັນຜົນສຳເລັດຂອງວຽກງານພັດທະນາເສດຖະກິດ-ສັງຄົມ ອົງການປົກຄອງແຂວງຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄໍາ ທອງລັດ ຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ ປະກອບຄໍາເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ຈັດຂຶ້ນໃນວັນທີ 31 ມັງກອນ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄໍາໄຊ.

ຜ່ານການຮັບຟັງລາຍງານໂດຍສັງເຂບຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ເຫັນວ່າ ແຂວງບໍລິຄໍາໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນບາງຂະແໜງການຍັງສືບຕໍ່ຂະຫຍາຍຕົວ, ແຕ່ເຖີງຢ່າງໄດກໍ່ຕາມ ເຫັນວ່າມີຄາດໝາຍສູ້ຊົນຈໍານວນໜຶ່ງ ທີ່ບໍ່ສາມາດຈັດຕັ້ງປະຕິບັດໃຫ້ບັນລຸໄດ້ ຕາມມະຕິຂອງກອງປະຊຸມສະພາປະຊາຊົນແຂວງ.

ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ອົງການປົກຄອງແຂວງ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າພິຈາລະນາ ບາງເນື້ອໃນເພີ່ມເຕີມ ເປັນຕົ້ນແມ່ນ ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ, ອຸປະສັກ ແລະ ຂອດອຸດຕັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ພິຈາລະນາຄຳເຫັນ ຂອງບັນດາຜູ້ແທນກອງປະຊຸມສະໄໝສາມັນ ເທື່ອທີ 4 ໃຫ້ມີບາດກ້າວບຸກທະລຸ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ບັນດາການຈັດຕັ້ງທີ່ກ່ຽວຂ້ອງ ລະຫວ່າງແຂວງ ແລະ ເມືອງ ໃຫ້ເລິກເຊິ່ງ, ກວ້າງຂວາງ ຫຼາຍຂຶ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນວຽກບູລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ມີຄວາມຄືບໜ້າຫຼາຍຂື້ນ, ຊຸກຍູ້ປຸກລະດົມ ສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມ ລວມທັງພາກລັດ, ເອກະຊົນ, ຜູ້ປະກອບການ, ນັກຮຽນຮູ້ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໃຫ້ປະຕິບັດນະໂຍບາຍການປະຢັດມັດຖະຍັດ ດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວ, ສ້າງຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ງຕົນເອງ, ກຸ່ມຕົນເອງ ແລະ ຍົກສູງຄວາມຮັກຊາດໃຫ້ສູງຂຶ້ນ ໃນສະພາບທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ.

ເອົາໃຈໃສ່ຈັດສັນ ແລະ ຄຸ້ມຄອງແຫຼ່ງທຶນຕ່າງໆ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ຫຼັກການ ແລະ ເປົ້າໝາຍການພັດທະນາ, ຄົ້ນຄວ້າລະດົມທຶນຈາກບັນດາພາກສ່ວນເສດຖະກິດພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງການລົງທຶນຂອງລັດ ຢ່າງເຂັ້ມງວດ, ລົງທຶນຕາມຄວາມສາມາດໃນການຊໍາລະສະສາງ ເປັນຫຼັກເພື່ອແບ່ງປັນ ແຈກຢາຍ, ເອົາໃຈໃສ່ ເພີ່ມອັດຕາສ່ວນການແກ້ໄຂໜີ້ສິນໃຫ້ໂຄງການ, ຈັດສັນງົບປະມານ ໃສ່ໂຄງການສືບຕໍ່ກໍາລັງຈັດຕັ້ງປະຕິບັດໃຫ້ສຳເລັດ, ຄັດຈ້ອນໂຄງການສະເໜີໃໝ່ໃຫ້ເຂັ້ມງວດ, ປະຕິບັດການຊຳລະໂຄງການ ໃຫ້ໄປຕາມມາດຕາ 19 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ຮັບປະກັນການມີສ່ວນຮ່ວມແຕ່ຫົວທີຂອງສະພາປະຊາຊົນຂັ້ນແຂວງ, ສຸມໃສ່ປະຕິບັດຄາດໝາຍຂະແໜງການເສດຖະກິດ ໃນນີ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າມາດຕະການ ການນໍາໃຊ້ທ່າແຮງໄດ້ປຽບຂອງແຂວງ.

ຮີບຮ້ອນສືບຕໍ່ຄົ້ນຄວ້າ ສ້າງແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນຂອງແຕ່ລະຂະແໜງການ ແລະ ເມືອງ ຕາມກົດໝາຍວ່າດ້ວຍທີ່ດິນໃຫ້ສຳເລັດຕາມແຜນ, ປະເມີນຄືນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເເຮ່ທາດຢູ່ພາຍໃນແຂວງ ໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຜົນໄດ້, ຜົນເສຍ ແລະ ວິທີການ ແກ້ໄຂໃນຕໍ່ໜ້າ ເພື່ອຮັບປະກັນໃນການ ຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ແກ້ໄຂໃຫ້ຂາດຕົວ ກ່ຽວກັບບັນຫາການບຸກເບີກເນື້ອທີ່ເກີນທີ່ແຂວງອະນຸຍາດ ຂອງບັນດາບໍລິສັດທີ່ເຊົ່າ-ສໍາປະທານດິນລັດ ພາຍໃນແຂວງ, ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ, ສົ່ງເສີມພາກສ່ວນທຸລະກິດ ໃຫ້ສືບຕໍ່ລົງທຶນພັດທະນາພື້ນຖານໂຄງລ່າງ, ອະນຸລັກ ແລະ ຟື້ນຟູແຫຼ່ງທ່ອງທ່ຽວ ຢ່າງມີຈຸດສຸມ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ການຜະລິດບັນລຸຕາມແຜນການ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ຄົ້ນຄວ້ານະໂຍບາຍຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ເປັນລະບົບ, ເອົາການຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດແຕ່ຫົວທີ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຄຸ້ມຄອງບໍລິຫານລັດດ້ວຍກົດໝາຍໃຫ້ມີຜົນສັກສິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນທຸກຂົງເຂດຂອງສັງຄົມໃຫ້ໄປຕາມກົດໝາຍ, ຕາມຫຼັກການ, ເດັດຂາດ, ໂປ່ງໃສ ແລະ ມີປະສິດທິພາບ, ປະສິດທິຜົນສູງ ໂດຍສະເພາະປະຕິບັດມາດຕະການເດັດຂາດຕໍ່ຫົວໜ່ວຍງົບປະມານ ທີ່ລະເມີດວິໄນ, ເອົາໃຈໃສ່ ປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຈຸດສຸມ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງແຂວງ ແລະ ເມືອງ ຢ່າງຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ອົງການປົກຄອງຂັ້ນຂັ້ນເມືອງ ມີຄວາມເປັນເຈົ້າການຫຼາຍຂຶ້ນ ໃນການພັດທະນາທ້ອງຖິ່ນ.

About admins14