ສະມາຄົມ ນັກທຸລະກິດໝຸ່ມ ເມືອງ ວຽງທອງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ III

ໃນວັນທີ 9 ພະຈິກ 2021 ສະມາຄົມນັກທຸລະກິດໝຸ່ມ ເມືອງ ວຽງທອງ ແຂວງບໍລິຄໍາໄຊ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂື້ນທີ່ຫ້ອງການ ບ້ານ ນ້ຳຢ້າງ ພາຍໃຕ້ການເປັນປະທານຂອງ ທ່ານ ບົວພາ ໄຊຍະແພງ ປະທານສະມາຄົມນັກທຸລະກິດໝຸ່ມເມືອງວຽງທອງ, ເປັນກຽດເຂົ້າຮ່ວມທ່ານ ຄຳແພນ ວິລືທຳ ເຈົ້າເມືອງ ວຽງທອງ, ມີຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ, ປະທານສະມາຄົມນັກທຸລະກິດແຂວງ, ເລຂາຊາວໝຸ່ມເມືອງ, ມີຄະນະບລິຫານງານສະມາຄົມນັກທຸລະກິດໝຸ່ມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ຊຽງເພັດ ອິນຄໍາມະວົງ ຮອງປະທານນັກທຸລະກິດໝຸ່ມ ໄດ້ຂື້ນຜ່ານບົດສະຫຼູບການເຄື່ອນໄຫວໄລຍະ 5 ປີຜ່ານມາ ເຊີ່ງໄດ້ຍົກໃຫ້ຫຼາຍດ້ານ ທີ່ມີທັງດ້ານດີ – ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຽນທີ່ຖອດຖອນໄດ້, ສະມາຊິກສະມາຄົມນັກທຸລະກິດໝຸ່ມເມືອງວຽງທອງ ແມ່ນເຕົ້າໂຮມເອົາຜູ້ທີ່ເຮັດທຸລະກິດ ຈາກຫຼາຍສາຂາ ເຊິ່ງປະຈຸບັນມີສະມາຊິກທັງໝົດ 18 ທ່ານ, ໄດ້ພ້ອມກັນເຄື່ອນໄຫວຕາມສິດໜ້າທີພາລະບົດບາດຂອງສະມາຄົມ, ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ໄລຍະ 5 ປີຜ່ານມາ ປະມານ 251.500.000ກີບ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະປະທານ ສະມາຄົມນັກທຸລະກິດໝຸ່ມຊຸດໃໝ່ຄື: ແຕ່ງຕັ້ງ ທ່ານ ອຳພອນ ສີບູນເຮືອງ ເປັນປະທານ, ທ່ານ ຊຽງເພັດ ອິນຄໍາມະວົງ, ທ່ານ ວຽງໄຊ ຕ້ອງຊົມພູ ເປັນຮອງປະທ່ານ ແລະ ທ່ານ ພອນໄຊ ປັນຍານຸວົງ, ທ່ານ ເຄນສີ ກິນມີໄຊ ເປັນກຳມະການ.

ກອງປະຊຸມ ໄດ້ມອບໃບຍ້ອງຍໍຂັ້ນເມືອງຈຳນວນ 5 ໃບ ໃຫ້ສະມາຄົມ ແລະ ບຸກຄົນດີເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາເມືອງວຽງທອງ ແລະ ໂອກາດດຽວກັນນີ້ ສະມາຄົມນັກທຸລະກິດໝຸ່ມເມືອງວຽງທອງ ໄດ້ເຊັນບົດບັນທຶກການຮ່ວມມືແຮກສ່ຽວກັບສະມາຄົມນັກທຸລະກິດໝຸ່ມເມືອງຄຳເກີດ ເພື່ອພ້ອມກັນດຳເນີນທຸລະກິດ ແລະ ພັດທະນາທ້ອງຖີ່ນຕົນໃຫ້ມີຄວາມເຂັ້ມແຂງທາງດ້ານເສດຖະກິດ ຂຶ້ນໄປເລື້ອຍໆ.

About admins16