2 ເມືອງພູດອຍ ຝຶກອົບຮົມ ການປະເມີນສິ່ງແວດລ້ອມແບບຍຸດທະສາດ

ໃນວັນທີ 10 -11 ພະຈິກ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ໄດ້ຈັດບັ້ນຝືກອົບຮົມການປະເມີນສິ່ງແວດລ້ອມແບບຍຸດທະສາດ(SEA)ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ 2 ເມືອງ ຄຶ: ເມືອງວຽງທອງ ແລະ ເມືອງໄຊຈຳພອນD

ບັ້ນຝຶກອົບຮົມ ຈັດຂື້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ເພື່ອກະກຽມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ(SEDP)ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີງແວດລ້ອມແຂວງ, ມີຄູຝືກຈາກແຂວງ, ຈາກເມືອງ ແລະ ສຳມະນາກອນ ເຂົ້າຮ່ວມ.

ໃນການຝຶກຄັ້ງນີ້ ຄູຝຶກ ແລະ ນັກສຳມະນາກອນ ໄດ້ພ້ອມກັນຄົ້ນຄ້ວາບັນດາເອກະສານ ເປັນຕົ້ນແມ່ນ: ກົດໝາຍປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຄູ່ມືແນະນຳວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບຍຸດທະສາດ, ຄວາມຮູ້ເບື້ອງຕົ້ນກ່ຽວກັບການປະເມີນສິ່ງແວດລ້ອມແບບຍຸດທະສາດ, ແຜນພັດທະນາເສດຖະກິດ – ສັງຄົມ, ຄວາມຮູ້ກ່ຽວກັບແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຂອງແຂວງບໍລິຄໍາໄຊ, ຄວາມແຕກຕ່າງລະຫວ່າງການປະເມີນສິ່ງແວດລ້ອມ ແບບຍຸດທະສາດ  SEA ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ EIA.

ຜ່ານການຝຶກອົບຮົມ ນັກສໍາມະນາກອນ ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນເອກະສານ ເພື່ອຈະນຳໄປຈັດຕັ້ງປະຕິບັດຕົວຈີງໃນຂັ້ນຕໍ່ໄປ.

ຈາກນັ້ນ ກໍ່ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ໂດຍເປັນກຽດມອບຂອງ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

About admin11