ບ້ານ ວັງຫີນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII

ໃນວັນທີ 10 ພະຈິກ 2021 ບ້ານ ວັງຫີນ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂຶ້ນ ຢູ່ຫ້ອງປະຊຸມຂອງບ້ານ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມສອນ ພົມມີໄຊ ເລຂາພັກບ້ານ – ນາຍບ້ານ ວັງຫີນ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ, ມີພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ໄມສອນ ພົມມີໄຊ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຕີລາຄາຄືນການຊີ້ນຳ- ນຳພາຂອງຄະນະພັກໃນການປະຕິບັດວຽກງານຢ່າງຮອບດ້ານໄລຍະ 5 ປີ.

ຜ່ານມາ ຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ.

ບ້ານວັງຫີນ ມີ 3 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ, ເຜົ່າຜ້ອງ ແລະ ເຜົ່າມົ້ງ, ມີ 284 ຫຼັງຄາເຮືອນ, ມີ 378 ຄອບຄົວ, ມີພົນລະເມືອງ 1.776 ຄົນ ຍິງ 889 ຄົນ, ຢຶດຖືອາຊີບເຮັດນາ, ເຮັດໄຮ່, ປູກພືດ ແລະ ລ້ຽງສັດ, ໃນບ້ານມີສັດລ້ຽງປະເພດງົວ ຈໍານວນ 589 ໂຕ, ຄວາຍ 68 ໂຕ, ໝູ່ 54 ໂຕ, ແບ້ 63 ໂຕ ແລະ ສັດປີກຈໍານວນ 2.873 ໂຕ, ບ້ານມີຄອບຄົວພົ້ນທຸກຈຳນວນ 249 ຄອບຄົວ, ຄອບຄົວແບບຢ່າງທາງດ້ານສາທາລະນະສຸກ 263 ຄອບຄົວ, ຄອບຄົວປອດຄະດີ 280 ຄອບຄົວ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່ ເຊີ່ງໄດ້ເລືອກເອົາ ສະຫາຍ ໄມສອນ ພົມມີໄຊ ເປັນເລຂາພັກບ້ານ-ເປັນນາຍບ້ານ, ສະຫາຍ ໄມຕາ ຫວດສຸພັນ ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ, ສະຫາຍ ເຈີ່ປາວ ຊົ່ງ ເປັນກຳມະການ ເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ ແລະ ທ່ານ ຈັນວ່າງ ເປັນຮອງນາຍບ້ານ.

About admins16