ສະມາຄົມແມ່ບ້ານເມືອງຄຳເກີດມອບເຄື່ອງ ໃຫ້ຄອບຄົວອານາຖາ

ໃນຕອນເຊົ້າວັນທີ 23 ກຸມພາ 2022 ນີ້ສະມາຄົມແມ່ບ້ານເມືອງຄຳເກີດ ເຊີ່ງນຳທີມໂດຍ ທ່ານ ນາງ ຄຳເພົາ ສີສະຫມຸດ ປະທານສະມາຄົມແມ່ບ້ານ, ຄອບຄົວການນຳ, ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ, ຫ້ອງການສະຫະພັນກຳມະບານ ພ້ອມດ້ວຍຄະນະ ໄດ້ພ້ອມກັນປະກອບສ່ວນວັດຖຸເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນແມ່ນຜ້າຫົ່ມ, ເຄື່ອງນຸ່ງ ແລະ ເຄື່ອງໃຊ້ໃນຄົວເຮືອນຈຳນວນໜື່ງ ເພື່ອນຳໄປມອບໃຫ້ຄອບຄົວອານາຖາ ເພື່ອເປັນການບັນເທົາຄວາມໜາວ ມອບໃຫ້ຄອບຄົວອານາຖາຢູ່ບ້ານຫຼັກ10  ກຸ່ມພັດທະນາໜອງອໍ້-ນາແປ່ ເຊີ່ງກ່າວມອບໂດຍທ່ານ ນາງ ຄຳເພົາ ສີສະຫມຸດ ປະທານສະມາຄົມແມ່ບ້ານ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍຄອບຄົວອານາຖາ , ມີອົງການປົກຄອງບ້ານຫລັກ10 ເຂົ້າຮ່ວມໃນການມອບໃນຄັ້ງນີ້, ເຄື່ອງທີ່ນຳມາມອບໃນຄັ້ງນີ້ລວມມູນຄ່າທັງຫມົດໜື່ງລ້ານກ່ວາກີບ.

About admin11