ເມືອງປາກກະດິງ ປະກາດການຈັດຕັ້ງຄະນະພັກ ແລະ ຮອງຫ້ອງການ ກະສິກຳ-ປ່າໄມ້ ແລະ ຫ້ອງການການເງີນ

          ໃນຕອນເຊົ້າວັນທີ 23 ກຸມພາ 2022, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກ ແລະ ຮອງຫ້ອງການ ກະສິກຳ-ປ່າໄມ້ ແລະ ຫ້ອງການການເງີນ ເປັນກຽດເຂົ້າຮ່ວມໃນພິທີໂດຍທ່ານ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ, ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ່ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າເມືອງປາກກະດິງ ເລກທີ 051/ມປດ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງປາກກະດິງ ເລກທີ 080/ຄປພ.ມປດ.  ວ່າດ້ວຍການແຕ່ງຕັ້ງ ທ່ານ ຂວັນໄຊ ປັນຍານຸວົງ ແລະ ທ່ານ ບຸນແປງ ແກ້ວອາສາ ເປັນຮອງຫົວໜ້າຫ້ອງການ ທັງເປັນຮອງເລຂາໜ່ວຍພັກ ແລະ ຜູ້ກວດກາໜ່ວຍພັກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ  ແລະ ປະກາດບົ່ງຕົວ ແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຜູ້ກວດກາ ໜ່ວຍພັກຫ້ອງການ-ການເງີນເມືອງປາກກະດິງ  ແຕ່ງຕັ້ງສະຫາຍ ຄຳຫຼ້າ ສີດາວົງ ເປັນເລຂາ, ສະຫາຍ ຄຳເຜີຍ ເທບສຸວັນ ເປັນຮອງເລຂາ ແລະ ສະຫາຍ ຄຳ ເລືອງຈັນທະລາດ ເປັນຜູ້ກວດກາໜ່ວຍພັກ ຕາມມະຕິຕົກລົງຂອງຄະນະປະຈຳພັກເມືອງປາກກະດິງ ເລກທີ 081/ຄປພ.ມປດ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ທ່ານເຈົ້າເມືອງປາກກະດິງ ກໍ່ໄດ້ເປັນກຽດໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ແລະ ຊີ້ນຳໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ຕຳແໜ່ງໃໝ່ໃນຄັ້ງນີ້ ຈົ່ງມີນ້ຳໃຈເຊີດຊູຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍຈາກການຈັດຕັ້ງພັກ-ລັດ, ຄຽງຄູ່ກັບການຄົ້ນຄ້ວານິຕິກຳຕ່າງໆທີ່ກ່ຽວຂ້ອງກັບໜ້າທີ່ວຽກງານຂອງຕົນໃຫ້ເລິກເຊິ່ງ ເປັນທ່າແຮງຄວາມຮູ້ ຄວາມສະດວກໃນການຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດວຽກງານ ພັກ ແລະ ລັດ ໃຫ້ໄດ້ຮັບຜົນດີຂື້ນເລື້ອຍໆ.

About admin11