ພະແນກ ຖວທ ແຂວງ ແລະ ສາທາແຂວງ ຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວແຂວງ ໄລຍະ 5 ປີ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີແຜ່, ເຊື່ອມຊຶມ ເອກະສານຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ – ພະນັກງານ ທົ່ວແຂວງ ໄລຍະ 5 ປີ 2016 – 2020 ຂຶ້ນ ໃນວັນທີ 23 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມ ວຽກງານຈັດຕັ້ງກໍ່ສ້າງພັກ – ພະນັກງານ ທົ່ວແຂວງບໍລິຄຳໄຊ ໄລຍະ 5 ປີ 2016 – 2020 ແລະ ທິດທາງແຜນການ 5 ປີ 2021-2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 29 – 30 ທັນວາ 2021, ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດ້ວຍຄວາມເປັນເອກະພາບສູງ ດັ່ງນີ້: ໄດ້ເຊື່ອມຊຶມເອກະສານຂອງພັກ 3 ບົດ ຄື: ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊີ່ງ ວຽກງານພະນັກງານ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ກອງປະຊຸມຍັງໄດ້ຄົ້ນຄວ້າຢ່າງເລິກເຊີ່ງ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຮັບຮອງເອົາບົດສະຫຼຸບກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ແລະ ປັບປຸງການຈັດຕັ້ງ, ບົດລາຍງານກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ່ນ ໄລຍະ 5 ປີ ຜ່ານມາ, ບົດລາຍງານການສ້າງແຜນກໍານົດພະນັກງານນໍາພາ – ຄຸ້ມຄອງຂັ້ນແຂວງຄຸ້ມຄອງ, ບົດລາຍງານການປັບປຸງກົງຈັກການຈັດຕັ້ງ ຕິດພັນການຂຽນກໍານົດຕໍາແໜ່ງງານ.

ກອງປະຊຸມໄດ້ຕີລາຄາຢ່າງພາວະວິໄສ ຕໍ່ດ້ານອ່ອນຂໍ້ຄົງຄາງ ໃນການພໍາພາ – ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທີ່ມີບາງດ້ານບໍ່ບັນລຸຕາມຄາດໝາຍທີ່ວາງໄວ້, ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາທິດທາງ, ໜ້າທີ່ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງການຈັດຕັ້ງໃນຕໍ່ໜ້າ, ນອກນັ້ນ ຜູ້ແທນກອງປະຊຸມ ໄດ້ຮັບຟັງການປະກອບຄໍາເຫັນໃນຫົວຂໍ້ ທີ່ພົບພັນກັບວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງການຈັດຕັ້ງ ຂອງບັນດາພະແນກການ – ອົງການ ແລະ ເມືອງ, ພ້ອມກັນນັ້ນ ຍັງໄດ້ຮັບຟັງການໂອລົມ ຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ທີ່ໄດ້ຍົກໃຫ້ເຫັນວ່າ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງການຈັດຕັ້ງ ແມ່ນຄວາມຮັບຜິດຊອກໂດຍກົງ ຂອງຄະນະພັກແຕ່ລະຂັ້ນ ແຕ່ແຂວງລົງຮອດທ້ອງຖິ່ນຮາກຖານ ສະນັ້ນຕ້ອງໄດ້ສຸມໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ ໃຫ້ກາຍເປັນຮູບປະທໍາ, ຮັບປະກັນການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊີ່ງ, ສ້າງໃຫ້ພະນັກງານແຕ່ລະຂັ້ນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ.

ໃນຕອນບ່າຍຂອງວັນດຽວກັນ ຢູ່ຫ້ອງປະຊຸມຂອງພະແນກສາທາລະນະສຸກແຂວງ ໄດ້ຈັດພິທີເຜີແຜ່, ເຊື່ອມຊຶມ ເອກະສານຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ – ພະນັກງານ ທົ່ວແຂວງບໍລິຄຳໄຊ ໄລຍະ 5 ປີ 2016-2020 ໃຫ້ກຽດເຜີຍແຜ່ໂດຍທ່ານ ດຣ ສອນໄຊ ປັນຍານຸວົງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າພະແນກສາທາລະນະສຸກແຂວງ ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

About admins16