ເມືອງ ວຽງທອງ ປາຖະກະຖາ 4 ວັນປະຫວັດສາດ

    ໃນວັນທີ 19 ພຶດສະພາ 2022 ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເລົ່າຄືນມຸນເຊື້ອ 4 ວັນປະຫວັດສາດ ຄື: ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ  ຄົບຮອບ 62 ປີ ( 24 ພຶດສະພາ 1960 – 24 ພຶດສະພາ 2022), ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ ( 18 ພຶດສະພາ 1959 – 18 ພຶດສະພາ 2022 ), ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 68 ປີ ( 7 ພຶດສະພາ 1954 – 7 ພຶດສະພາ 2022 ) ແລະ ວັນເກີດຂອງທ່ານໂຮ່ຈີ່ມິນ ຄົບຮອບ 132 ປີ ( 19 ພຶດສະພາ 1890 – 19 ພຶດສະພາ 2022 ) ໂດຍເປັນກຽດເຂົ້າຮ່ວມ ແລະ ເລົ່າຄືນມຸນເຊື້ອຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ,  ພະນັກງານຫຼັກແຫຼ່ງ, ຄະນະບ້ານອອ້ມຂ້າງເມືອງ ເຂົ້າຮ່ວມ

   ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ໄດ້ຍົກໃຫ້ຮູ້ປະຫວັດຄວາມເປັນມາຂອງ 4 ວັນດັ່ງກ່າວ ທີ່ມີຄວາມໝາຍຄວາມສຳຄັນໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ມັນແມ່ນປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານຂອງຊາດລາວເຮົາ ແລະ ການປົດປ່ອຍຜູ້ນຳ ອອກຈາກຄຸກຢ່າງມະຫັດສະຈັນ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ,​ ນັບແຕ່ມື້ມີພັກນຳພາ ເຮັດໃຫ້ການຕໍ່ສູ້ ໄດ້ຮັບໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດ ໃນປີ 1975 ເຊີ່ງເປັນວັນທີ່ປະຊາຊົນບັນດາເຜົ່າ ໄດ້ມີອິດສະຫຼະພາບ,​ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈີງ, ມີອຳນາດອະທິປະໄຕອັນຄົບຖ້ວນ.

ທ່ານ ຍັງໄດ້ເວົ້າເຖີງປະຫວັດການເຄື່ອນໄຫວປະຕິວັດຂອງທ່ານໂຮ່ຈີມິນ ທີ່ມີຄຸນງາມຄວາມດີ, ຄວາມຮັກແພງອັນມະຫາສານຕໍ່ກັບເພື່ອນມິດໃນ 5 ທະວີບ.

ໃນການເລົ່າຄືນມຸນເຊື້ອຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຮັບຮູ້ເຂົ້າໃຈເຖີງປະຫວັດສາດຄວາມເປັນມາຂອງພັກ ຂອງຊາດ, ຄວາມອົງອາດກ້າຫານບໍ່ຍອມຈຳນົນ ໃນການນຳພາຂອງຜູ້ນຳ, ເພື່ອຮ່ຳຮຽນເອົາເປັນແບບຢ່າງ ໄປປະຕິບັດຢູ່ໃນໜ້າທີ່ຄວາມຮັບຜິດຊອບ ທີ່ພັກ – ລັດໄດ້ມອບໝາຍໃຫ້ໄດ້ຮັບຜົນສູງສຸດ.​

 

About admin11