ສະພາປະຊາຊົນແຂວງບໍລິຄໍາໄຊ ທາບທາມຮ່າງກົດໝາຍຈໍານວນ 3 ສະບັບ

ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2022 ຢູ່ສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະກອບຄໍາຄິດ-ຄໍາເຫັນ ຕໍ່ຮ່າງກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຮ່າງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການເປັນປະທານ ຂອງ ທ່ານ ສິສະຫວາດ ທັນທະບຸນ ປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ວິສາຫະກິດພາຍໃນແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງກົດໝາຍທັງ 3 ສະບັບ ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວຢ່າງກົງໄປກົງມາ ເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍ ໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ, ຄົບຖ້ວນ, ສົມບູນ, ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງຕາມຫລັກວິທະຍາສາດ ຂອງການສ້າງກົດໝາຍໃຫ້ສອດຄ່ອງ, ແທດເໝາະກັບສະພາບຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ.

About admins16