ປີ 2022 ໜ່ວຍປະຕິບັດງານພິເສດສາມາດ ຂຸດຄົ້ນໄດ້ 9 ອັດຖິ ຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມພົບປະ ລະຫວ່າງຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ສ.ປ.ປ ລາວ ແລະ ແຂວງຮ່າຕິ້ງ ສ.ສ ຫວຽດນາມ ຝ່າຍແຂວງບໍລິຄຳໄຊ ນຳໂດຍສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ແຂວງຮ່າຕິ້ງນຳໂດຍສະຫາຍ ເລຫງັ້ອກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຮ່າຕິ້ງ ມີຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງບົດລາຍງານການຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໃນໄລຍະ 1 ປີ ຜ່ານມາວ່າ: ໂດຍປະຕິບັດຕາມແຜນການທີ່ສອງຝ່າຍໄດ້ເປັນເອກະພາບຮ່ວມກັນ ໃນການເຄື່ອນໄຫວເກັບກຳຂໍ້ມູນ, ຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ແຂວງບໍລິຄຳໄຊ ກັບຄືນປະເທດ ໃນລະດູແລ້ງສົກປີ 2021-2022 ຜ່ານມາ ໜ່ວຍງານຂຸດຄົ້ນອັດຖິສອງແຂວງ ໄດ້ເລີ່ມເຄື່ອນໄຫວວຽກງານ ແຕ່ວັນທີ່ 10 ຕຸລາ 2021 ຈົນເຖິງວັນທີ 15 ພຶດສະພາ 2022 ລວມເວລາຂຸດຄົ້ນທັງໝົດ 183 ວັນ, ມີ 52 ຄັ້ງ ມີແຮງງານອ້າຍນ້ອງລົງເຄື່ອນໄຫວຂຸດຄົ້ນຕົວຈິງຈຳນວນ 525 ເທື່ອຄົນ ແລະ ສາມາດຂຸດຄົ້ນໄດ້ 09 ອັດຖິ ໃນຂອບເຂດ 04 ເມືອງທົ່ວແຂວງໃນນັ້ນ ເມືອງວຽງທອງ ຂຸດຄົ້ນໄດ້ 01 ອັດຖິ, ເມືອງບໍລິຄັນ ຂຸດຄົ້ນໄດ້ 05 ອັດຖິ ແລະ ເມືອງຄຳເກີດ ຂຸດຄົ້ນໄດ້ ຈຳນວນ 03 ອັດຖິ.

ສຳລັບທິດທາງແຜນການໃນຕໍ່ໜ້າ ຄາດໝາຍສູ້ຊົນ ໃນລະດູແລ້ງສົກປີ 2022-2023 ລວມທົ່ວແຂວງບໍລິຄຳໄຊ ໃຫ້ໄດ້ຈຳນວນ 10-11 ອັດຖິ ສຳລັບເມືອງວຽງທອງ ສູ້ຊົນໃຫ້ໄດ້ 04-06 ອັດຖິ ສ່ວນຈຸທີ່ປະຈຳຢູ່ ເມືອງປາກຊັນ ສູ້ຊົນໃຫ້ໄດ້ 05-06 ອັດຖິ, ໃນນັ້ນ ຈະໄດ້ສືບຕໍ່ຂຸດຄົ້ນຕາມຂໍ້ມູນເກົ່າທີ່ເກັບກຳໄດ້ໃນປີຜ່ານມາ ໃນຈຳນວນ 22 ຂໍ້ມູນໃນ ຂອບເຂດ 4 ເມືອງຄື: ເມືອງຄຳເກີດ 06 ຂໍ້ມູນ ( ໃນນັ້ນ ບ້ານທົ່ງແຄະ 01 ຂໍ້ມູນ, ບ້ານໂພນເມືອງນ້ອຍ 03 ຂໍ້ມູນ ແລະ ບ້ານທົ່ງວຽງຄຳ 02 ຂໍ້ມູນ ), ເມືອງວຽງທອງ 05 ຂໍ້ມູນ (ໃນນັ້ນ ບ້ານຈອມທອງ 01 ຂໍ້ມູນ, ບ້ານຜາຮອມ 01 ຂໍ້ມູນ, ບ້ານນໍ້າກ້າງ 01 ຂໍ້ມູນ, ບ້ານໜອງປາດ 01 ຂໍ້ມູນ ແລະ ບ້ານທອງມີ ໄຊ 01 ຂໍ້ມູນ ), ເມືອງບໍລິຄັນ 08 ຂໍ້ມູນ ( ບ້ານນຳ້ເຕັກ 01 ຂໍ້ມູນບ້ານຫີນໂງ່ນ 01 ຂໍ້ມູນ, ບ້ານຜາເມືອງ 03 ຂໍ້ມູນ ແລະ ບ້ານທ່າສີ 03 ຂໍ້ມູນ ) ແລະ ເມືອງປາກກະດິງ 04 ຂໍ້ມູນ ( ບ້ານນາຫີນ 01 ຂໍ້ ມູນ ແລະ ບ້ານປາກປາງ 03 ຂໍ້ມູນ ).

ຕອນທ້າຍຂອງພິທີ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ແລະ ໃບຍ້ອງຍໍຂອງກອງບັນຊາການທະຫານແຂວງບໍລິຄໍາໄຊ ໃຫ້ໜ່ວຍງານຂຸດຄົ້ນອັດຖິປະຈຳແຂວງບໍລິຄຳໄຊທີ່ມີຜົນງານດີເດັ່ນໃນການຊອກຫາ ແລະ ຂຸດຄົ້ນອັດຖິ ປະຈຳປີ 2022.

About admins16