ສະພາປະຊາຊົນແຂວງບໍລິຄໍາໄຊ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX

ໃນຕອນເຊົ້າ ວັນທີ 19 ກັນຍາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໂດຍການເປັນປະທານ ຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ມີບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກຊັນ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານວິຊາເຂົ້າຮ່ວມ.

ໃນໂອກາດດັ່ງກ່າວໄດ້ຮັບຟັງການເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ກອງປະຊຸມຄັ້ງນີ້; ໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາພື້ນຖານສຳຄັນຂອງປະເທດຊາດ ຄື ວຽກງານຂອງລັດຖະບານ; ວຽກງານຂອງໄອຍະການປະຊາຊົນສງສຸດ; ວຽກງານຂອງສະພາແຫ່ງຊາດ; ວຽກງານສ້າງ ແລະ ປັບປຸງກົດໝາຍ; ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ, ແມ່ນຫມາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈ ຂອງລັດຖະບານ, ກະຊວງ, ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດ ໃນສະພາບມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ບັນລຸຕາມຄາດຫມາຍທີ່ວາງໄວ້, ນໍາເອົາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມນັ້ນ ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງແຂວງ, ຄື:ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022, ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຕິດຕາມ ກວດກາການດຳເນີນຄະດີ ຂອງອົງການສືບສວນ, ສອບສວນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2022, ຮັບຟັງການລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະຜ່ານມາ, ຮັບຮອງເອົາບົດລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ-ການສອນ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍຍະກຳຢູ່ພາຍໃນແຂວງ, ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງຫ້ອງການບໍລິຫານເອກະສານຜ່ານປະຕູດຽວ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ທິດທາງແຜນການ ຫາກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II, ກອງປະຊຸມ ໄດ້ຮັບຮອງເອົານິຕິກໍາຂອງແຂວງ ຈຳນວນ 4 ສະບັບ, ຄື ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກໍານົດລະບຽບການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບກ່ຽວກັບສິ່ງແວດລ້ອມ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາປ່າສະຫງວນຫ້ວຍງົວ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງລົດຮັບ-ສົ່ງນັກຮຽນ.

About admins16