ຄະນະສິລະປະກອນໂຮງລະຄອນກອງທັບປະຊາຊົນຫວຽດນາມ ສະແດງມິດຕະພາບຢູ່ແຂວງບໍລິຄຳໄຊ

ການສະແດງຂອງຄະນະສິລະປະກອນ ໂຮງລະຄອນກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 19 ກັນຍາ 2022 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ ເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ພົ.ວ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ແລະ ທ່ານ ພັອ ນາງ ຫງວຽນຖີ້ບິກແຫ້ງ ຫົວໜ້າຄະນະສິລະປະກອນ ໂຮງລະຄອນກອງທັບປະຊາຊົນຫວຽດນາມ ມີການນໍາຂອງແຂວງ, ເມືອງ, ພະແນກການ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມຮັບຊົມ.

ໃນພິທີ ທ່ານ ພົ.ວ ຈວງຈັນ ລາດຊະວົງ ໄດ້ຕາງໜ້າໃຫ້ການນໍາ ແລະ ປະຊາຊົນແຂວງບໍລິຄຳໄຊ ມີຄໍາເຫັນວ່າ: ການເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບ ຂອງຄະນະສິລະປະກອນ ໂຮງລະຄອນກອງທັບປະຊາຊົນຫວຽດນາມອ້າຍນ້ອງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ, ເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ລາວ-ຫວຽວນາມ 2022, ເປັນການເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ, ປະກອບສ່ວນປຸກລະດົມກໍາລັງໃຈໃຫ້ພະນັກງານ, ທະຫານ, ຕໍາຫຼວດ ກໍ່ຄືປະຊາຊົນບັນດາເຜົ່າ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ, ພ້ອມນີ້ຍັງເປັນການແລກປ່ຽນສິລະປະວັດທະນະທຳ ລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ.

ຫຼັງຈາກນັ້ນ ໄດ້ຮັບຊົມການສະແດງ ລວມທັງໝົດ 16 ລາຍການສະແດງ ທີ່ປະກອບດ້ວຍບົດຟ້ອນ, ບົດເພງ-ບົດລໍາ ແລະ ການສະແດງເຄື່ອງດົນຕີພື້ນເມືອງ, ການສະແດງມີເນື້ອໃນສະແດງເຖິງມູນເຊື້ອວັດທະນະທໍາ – ຮີດຄອງປະເພນີອັນດີງາມ ຂອງສອງຊາດລາວ-ຫວຽດນາມ, ສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສະປະເທດລາວ-ຫວຽດນາມອ້າຍນ້ອງ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ຕ້ານສັດຕູໂຕດຽວກັນ ແລະ ສະແດງໃຫ້ເຫັນເຖິງ ຄວາມຜູກພັນດ້ວຍໄມຕີຈິດອັນດູດດື່ມ, ຄວາມຮັກແພງເຊື້ອໝັ້ນຖານອ້າຍນ້ອງທີ່ແທ້ຈິງ, ຄວາມສາມັກຄີແບບພິເສດຫາຍາກ ດັ່ງບົດກອນອໍາມະຕະຂອງ ທ່ານປະທານ ໂຮ່ຈີມີນ ຜູ້ຍິ່ງໃຫຍ່ໄດ້ເວົ້າວ່າ: “ ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່, ຫຼາຍນ້ໍາໃຫຍ່ ແລະ ໂຄກຄ້ອຍ, ຂວາງກັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັ່ງຄວາມຮັກໄວ້ໃນໃຈ, ຮົງຫາທັງແມ່ຂອງ ບໍ່ເລິກປູນປານໄດ້ ” ແລະ ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົບລົບຮັກ ຂອງປວງຊົນລາວທັງຊາດ ທີ່ວ່າ: “ ເຖິງພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ ”.

About admins14