ຊາວໜຸ່ມແຂວງ ລົງຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນຢູ່ເມືອງບໍລິຄັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ2022 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ລົງຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນຢູ່ເມືອງບໍລິຄັນ ເຊິ່ງນຳພາໂດຍສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງພ້ອມດ້ວຍຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງຂັ້ນແຂວງ ເຊິ່ງໄດ້ເຂົ້າພົບທ່ານ ບຸນມີ ວໍລະຈັກ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນເມືອງ, ມີຄະນະຊາວໜຸ່ມເມືອງ ແລະ ພະນັກງານຂອງຊາວໜຸ່ມເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ ຂອງເມືອງບໍລິຄັນ ຈາກສະຫາຍ ວັນນະກອນ ໄຊຍະສິດ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງເຊິ່ງໄດ້ໃຫ້ຮູ້ວ່າ ການຈັດຕັ້ງຊາວໜຸ່ມເມືອງບໍລິຄັນ ມີ 15 ຮາກຖານ, 60 ໜ່ວຍຮາກຖານມີຊາວໜຸ່ມທັງໝົດ 20.093 ສະຫາຍ, ຍິງ 9.115 ສະຫາຍ, ເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທັງໝົດ2.379 ສະຫາຍ, ຍິງ 1.030 ສະຫາຍ, ກວມເອົາ 11,83% ແລະ ການຈັດຕັ້ງເຄື່ອນໄຫວວຽກງານ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມເມືອງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກແລະຂໍ້ຫຍຸ່ງຍາກໃນການຈັດຕັ້ງປະຕິບັດວຽກງານ 4 ບຸກໃນໄລຍະຜ່ານມາ, ຂັ້ນແຂວງກໍ່ໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານເປັນຕົ້ນ ແມ່ນວຽກງານພົວພັນປະສານງານ, ວຽກງານຈັດຕັ້ງປະຕິບັດກົດລະບຽບ, ການປັບປຸງການຈັດຕັ້ງ, ຂະບວນການແຂ່ງຂັນ 4 ບຸກ ແລະ ຂະບວນການອຶ່ນໆ ແນໃສ່ຍົກສຸງຄວາມສາມາດ ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບຜົນດີ

ໃນຕອນທ້າຍກອງປະຊຸມ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ກໍ່ໄດ້ໃຫ້ຄຳເຫັນໂອ້ລົມ ແລະ ນໍາພາ-ຊີ້ນຳຕໍ່ວຽກງານດັ່ງກ່າວ ສະຫາຍໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມເມືອງ ເພີ່ມຄວາມເອົາໃຈໃສຕໍ່ກັບວຽກງານຊາວໜຸ່ມ-ເຍົາວະຊົນ ໃຫ້ສູງຂຶ້ນຍົກສຸງຄວາມສາມາດໃນການນຳພາ-ຊີ້ນຳວຽກງານຊາວໜຸ່ມ-ເຍົາວະຊົນໃຫ້ເຂັ້ມແຂງຂຶ້ນ, ເອົາໃຈໃສ່ປັບປຸງແບບແຜນການນຳພາ, ການປະສານງານ ແລະ ລົງຊຸກຍູ້ວຽກງານຊາວໜຸ່ມຂັ້ນຮາກຖານໃຫ້ຫຼາຍກວ່າເກົາ, ເອົາໃຈໃສ່ໃນການກວດກາປະເມີນຄືນບັນດາຄາດໝາຍໃນມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງວາງໄວ້, ສຸມທຸກກຳລັງແຮງໃນການສຶກສາອົບຮົມວຽກງານແນວຄິດຕິດພັນກັບການປັບປຸງການຈັດຕັ້ງ ສຸມໃສ່ສ້າງຂະບວນການໃຫ້ຝົດຟື້ນ ເປັນຕົ້ນ: ຕ້ອງຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຂະບວນການ 4 ບຸກຂອງຊາວໜຸ່ມ, ຂະບວນການ 3 ດີ 4ຮູ້ຂອງເຍົາວະຊົນ, ຮັກສາໄດ້ນາມມະຍົດໃຫ້ຕໍ່ເນື່ອງ ພ້ອມທັງກຽມຄວາມພ້ອມຮອບດ້ານໃຫ້ແກ່ການເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທົ່ວແຂວງຄັ້ງທີ່ IV ທີ່ເມືອງວຽງທອງເປັນເຈົ້າພາບທີ່ຈະຈັດຂືຶ້ນໃນເດືອນພະຈິກນີ້.

About admins16