ສະພາການຄ້າແຂວງ ມອບເຄື່ອງກິລາ 60 ຊຸດໃຫ້ຫ້ອງວ່າການແຂວງ

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃນຕອນເຊົ້າຂອງວັນທີ 30 ພະຈິກ 2020 ຢູ່ຫ້ອງວ່າການແຂວງບໍລິຄໍາໄຊ ສະພາການຄ້າແຂວງ ໄດ້ນຳເອົາຊຸດກິລາ ຈຳນວນ 60 ຊຸດ ມູນຄ່າ 2.070.000 ກີບ ມາມອບໃຫ້ແກ່ຫ້ອງວ່າການແຂວງ ຕາງໜ້າມອບໂດຍທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສະຫະກຳແຂວງບໍລິຄໍາໄຊ ແລະ ຮັບໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໂດຍຊ້ອງໜ້າຂອງພະນັກງານທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ບຸນສົງ ເພັດຈະເລີນ ກໍ່ໄດ້ກ່າວຄຳຂອບໃຈ ທີ່ພາກສ່ວນດັ່ງກ່າວ ເຫັນໄດ້ເຖິງຄວາມສຳຄັນຂອງວັນຊາດ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຂອງພັກ-ລັດ ກໍ່ຄືຂອງຫ້ອງວ່າການແຂວງ ພ້ອມນີ້ ຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນການແຂ່ງຂັນກິລາມິດຕະພາບລະຫວ່າງທີມການນຳຂອງແຂວງ ຮ່ວມກັບນັກທຸລະກິດພາຍໃນແຂວງ ພົບກັບ ກອງພັນໃຫຍ່ 642 ຮ່ວມກັບ ການນຳເມືອງບໍລິຄັນ ແລະ ນັກທຸລະກິດ ພາຍໃນເມືອງ ເຊິ່ງຈະແຂ່ງຂັນໃນຕອນບ່າຍຂອງວັນ 30 ພະຈິກນີ້ ທີ່ເດີນໂຮງຮຽນ ມ.ສ ສີທ່ານາໄຊ.

About admins16