ເຂດເທດສະບານ 2 ເມືອງປາກຊັນ ສະຫລຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານ ໄລຍະ 9 ເດືອນ

ໃນທ້າຍເດືອນພະຈິກ 2020 ຜ່ານມານີ້ ຢູ່ສະໂມສອນປົກຂອງບ້ານທົ່ງນ້ອຍ, ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານ-ການເມືອງ, ພັດທະນາຮອບດ້ານ ປະຈຳ 9 ເດືອນ ແລະ ທິດທາງແຜນການທ້າຍປີ 2020 ຂອງເຂດເທດສະບານ 2 ໂດຍການເປັນປະທານຂອງ ທ່ານ ໄມຈອມ ວັນນະສານຄໍາ.

ໃນກອງປະຊຸມ ທ່ານ ສົມພະໄທ ຈຸນລະມຸນຕີ ຫົວໜ້າກໍ່ສ້າງຮາກຖານປະຈຳເຂດເທດສະບານ 2 ໄດ້ລາຍງານຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ-ການເມືອງ ໃນໄລຍະ 9 ເດືອນ ແລະ ທິດທາງແຜນການທ້າຍປີ 2020 ວ່າ: ເຂດເທດສະບານ 2 ປະກອບມີ 11 ບ້ານ, ມີຈຳນວນພົນລະເມືອງທັງໝົດ 14.521 ຄົນ, ຍີງ 7,288 ຄົນ, ມີ 2.952 ຫຼັງຄາ, ມີ 2.977 ຄອບຄົວ ປະຊາຊົນສ່ວນຫລາຍ ມີອາຊີບຊື້-ຂາຍ, ປູກພືດ ແລະ ເປັນພະນັກງານຂອງລັດ.

ໃນໄລຍະ 9 ເດືອນຜ່ານມາ ພາຍໄຕ້ການຊີ້ນຳ ນຳພາຂອງກອງກໍ່ສ້າງຮາກຖານ ເຫັນວ່າ ພາຍໃນເທດສະບານ 2 ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ, ຕັ້ງໜ້າສ້າງເສດຖະກິດຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ມີຄວາມເຂັ້ມແຂງດີຂຶ້ນເທື່ອລະກ້າວ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສະພາບເສດຖະກິດ ຍັງສືບຕໍ່ມີສະພາບຄ່ອງຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຄວາມສາມະຄີປອງດອງ, ຮັກສາໄດ້ຮີດຄອງປະເພດນີອັນດີງາມ, ຫຼາຍຄອບຄົວມີຄວາມເປັນເຈົ້າການໃນການຂຸ້ນຂ້ຽວເຮັດການຜະລິດ ແລະ ເກັບກູ້ຜົນລະປູກ ສ້າງລາຍຮັບມາສູ່ຄອບຄົວໃຫ້ມີຄວາມເຂັ້ມແຂງ, ລະບົບການຈັດຕັ້ງຂັ້ນບ້ານມີຄວາມໜັກແໜ້ນ, ພ້ອມກັນຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ 19 ໂດຍປະຕິບັດຕາມລະບຽບມັດຕະການຂອງຄະນະສະເພາະກິດ, ຂັ້ນເທີງວາງອອກ, ເຮັດໃຫ້ບໍ່ມີການແຜ່ລະບາດດັ່ງກ່າວຢູ່ເຂດເທດສະບານ 2, ປະກົດການຫຍໍ້ທໍ້ຫຼາຍອັນໄດ້ຮັບການແກ້ໄຂໃຫ້ລຸດໜ້ອຍຖອຍລົງເທື່ອລະກ້າວ.

ສຳລັບທິດທາງແຜນການທ້າຍປີ 2020 ຈະໄດ້ສືບຕໍ່ເຄື່ອນໄຫວວຽກງານ ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມທິດຊີ້ນຳຂອງຂັ້ນເທີງວາງອອກໃຫ້ໄດ້ຮັບຜົນດີ ແລະ ມີຜົນສຳເລັດ, ສືບຕໍ່ສົບທົມກັບອົງການປົກຄອງບ້ານ ເພື່ອກະກຽມທາບທາມບຸກຄະລາກອນ, ເປີດກອງປະຊຸມໃຫຍ່ຂອງບ້ານ, ປັບປຸງອຳນາດການປົກຄອງບ້ານທີ່ຮອດວາລະໃນຮອບ 5 ປີ, ຊຸກຍູ້ອຳນາດການປົກຄອງ ສຶກສາອົບຮົມແນວຄິດໃຫ້ແກ່ປະຊາຊົນ, ປະຕິບັດລະບົບປະຈຳການ ໃນ 5 ຕຳແໜ່ງງານ, ການຂະຫຍາຍພັກ, ສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ຕາມມາດຖານເງື່ອນໄຂ, ຊຸກຍູ້ຂະບວນການຜະລິດ, ສ້າງເສດຖະກິດຄອບຄົວ, ການຄ້າ, ການບໍລິການຂອງປະຊາຊົນ ແລະ ຜູ້ປະກອບການ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບການ ແລະ ພ້ອມທັງສ້າງເງື່ອນໄຂການຜະລິດລະດູແລ້ງໃຫ້ກວ້າງຂວາງ ແລະ ເຮັດໃຫ້ການເປັນຢູ່ປະຊາຊົນເຂດເທດສະບານ 2 ມີຄວາມເຂັ້ມແຂງ ແລະ ພັດທະນາດີຂຶ້ນເລື່ອຍໆ.

About admins16