ທີມການນຳແຂວງ ສະເໝີກັບ ທີມການນຳເມືອງບໍລິຄັນ ແບບມິດຕະພາບ 2 ປະຕູຕໍ່ 2

ເພື່ອເປັນການຂ່ຳນັບຮັບຕ້ອນວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃຫ້ເປັນຂະບວນການ ແລະ ມີຄວາມໝາຍຄວາມສຳຄັນ ໃນຕອນບ່າຍຂອງວັນທີ 30 ພະຈິກ 2020 ໄດ້ຈັດການແຂ່ງຂັນກິລາມິດຕະພາບຂຶ້ນ ຢູ່ເດີ່ນເຕະບານໂຮງຮຽນສີທ່ານາໄຊ ເປັນການພົບກັນລະຫວ່າງ ທີມການນຳຂອງແຂວງ ຮ່ວມກັບນັກທຸລະກິດພາຍໃນແຂວງ ນຳທີມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພົບກັບ ກອງພັນໃຫຍ່ 642 ຮ່ວມກັບ ການນຳເມືອງບໍລິຄັນ ແລະ ນັກທຸລະກິດ ພາຍໃນເມືອງ ນຳທີມໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ໂດຍມີຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມຊົມຮ່ວມເຊຍ ຢ່າງເປັນຂະບວນຟົດຟື້ນ.

ພໍແຕ່ເລີ່ມເກມ ທີມການນຳແຂວງ ກໍ່ເປີດເກມບຸກໃສ່ ທີມການນຳເມືອງບໍລິຄັນຢ່າງດຽວ ແລະ ມີໂອກາດຍິງ 5 ຫາ 6 ຄັ້ງ ແຕ່ບານຂ້າມຄານອອກໄປຢ່າງໜ້າເສຍດາຍ ພໍທີມການນຳບໍລິຄັນໄດ້ໂອກາດສວນກັບພຽງຄັ້ງດຽວ ກໍ່ສາມາດຍິງຜ່ານມືຂອງຜູ້ຮັກສາປະຕູທີມການນຳແຂວງເຂົ້າໄປຢ່າງສວຍງາມ ແລະ ເປັນປະຕູຂຶ້ນນຳໄປກ່ອນ.

ຈາກນັ້ນ ທັງສອງທີມກໍ່ແລກເກມບຸກໃສ່ກັນຢ່າງໄດ້ຢ່າງດຸດັນ ແຕ່ຍັງເປັນທີມການນຳບໍລິຄັນທີ່ສາມາດຍິງໄດ້ປະຕູໄດ້ຄົມກວ່າ ແລະ ນຳໄປກ່ອນເປັນ 2 ປະຕູ ຕໍ່ 0, ພໍໃກ້ຈະໝົດເຄິ່ງເວລາທຳອິດ ທີມການນຳແຂວງ ກໍສາມາດຍິງຕູຕີໄຂ່ແຕກໄດ້ ຈາກລູກຍິງໄກ ສຽບເຂົ້າໄປສາມລ່ຽມຢ່າງສວຍງາມ ຈົບເຄິ່ງເວລາ ທີ 1 ທີມການນຳບໍລິຄັນ ອອກນຳໄປກ່ອນ 2 ຕໍ່ 1 ປະຕູ ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຄຶກຄື້ນ ຈາກຜູ້ຊົມຜູ້ເຊີຍຂ້າງສະໜາມ ທີ່ສົ່ງສຽງເຊຍຢ່າງຟົດຟື້ນ ຈາກນ້ອຍນ້ອຍນັກຮຽນ.

ເລີ່ມເກມເຄີ່ງຫຼັງ ທີມການນຳແຂວງ ເລີ່ມຫຼິ້ນໄດ້ດີກ່ວາທີມການນຳບໍລິຄັນຂຶ້ນເລື້ອຍໆ ແລະ ເປີດເກມບຸກໃສ່ຢ່າງດຽວ ແຕ່ຜູ້ຮັກສາປະຕູການນຳບໍລິຄັນ ກໍ່ສາມາດເຊັບໄວ້ໄດ້ຫຼາຍຄັ້ງ ທີມການນຳແຂວງກໍ່ຍັງເປີດເກມບຸກໃສ່ຢ່າງຕໍ່ເນື່ອງ ແລະ ກໍ່ເປັນປະຕູຈົນໄດ້ ຈາກການລ້ຽງບານຫັກຫຼົບຜູ້ຮັກສາປະຕູທີມການນຳບໍລິຄັນ ແລ້ວຍິງເຂົ້າໄປແບບບໍ່ພາດ ເປັນປະຕູຕີສະເໝີ 2 ຕໍ່ 2.

ຈາກນັ້ນ ທັງສອງທີມຍັງແລກເກມບຸກໃສ່ກັນຢ່າງຕໍ່ເນື່ອງ ແຕ່ທັງສອງທີມກໍ່ຍິງກັນບໍ່ໄດ້ ໝົດເວລາ ກໍ່ສະເໝີກັນໄປ ເປັນປະຕູມິດຕະພາບ 2 ປະຕູ ຕໍ່ 2.

About admins16