ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອຕ້ານໄພໜາວ ໃຫ້ແຂວງບໍລິຄຳໄຊ ມູນຄ່າ 300 ລ້ານດົງ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອແຂວງບໍລິຄຳໄຊ ໃນວັນທີ 17 ພະຈິກ 2023 ຢູ່ຫ້ອງຮັບຮອງຂອງແຂວງບໍລິຄຳໄຊ ທ່ານ ນາງ ສອນຈັນ ພຸດທະວົງ ທີ່ປຶກສາເສດຖະກິດ-ການຄ້າ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ປະເພດເຄືອງນຸ່ງຫົ່ມກັນໜາວ ລວມມູນຄ່າ 300 ລ້ານດົງ ມາມອບໃຫ້ແຂວງບໍລິຄຳໄຊ, ຕາງໜ້າໃຫ້ການນໍາແຂວງ ໃຫ້ກຽດຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໂດຍມີການນໍາຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃນການປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ແລະ ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເຄື່ອງຊ່ວຍເຫຼືອຈໍານວນດັ່ງກ່າວ ໄປມອບໃຫ້ເຖິງມືຂອງພໍ່ແມ່ປະຊາຊົນ ຢູ່ເຂດທີ່ມີຄວາມຈໍາເປັນ. ພ້ອມນັ້ນ ທ່ານເຈົ້າແຂວງ ຍັງໄດ້ລາຍງານຫຍໍ້ ກ່ຽວບັນດາວຽກງານທີ່ພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນການພັດທະນາເສດທະກິດ-ສັງຄົມຂອງແຂວງ ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວິໄສທັດໃນການພັດທະນາໃນຕໍ່ໜ້າ, ທ່າແຮງບົ່ມຊ້ອນຂອງແຂວງ, ການພົວພັນຮ່ວມມືກັນ ລະຫວ່າງແຂວງບໍລິຄຳໄຊ ກັບ ບັນດາແຂວງຂອງ ສສ ຫວຽດນາມ ທີ່ຢາມໄດກໍ່ມີແລກປ່ຽນວຽກງານ, ພົວພັນຮ່ວມມື, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຢ່າງເປັນປະຈຳ ແລະ ຕໍ່ເນື່ອງ.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ຢັ້ງຢືນຕໍ່ຜົນງານຄວາມດີ, ແຂວງບໍລິຄຳໄຊ ຍັງໄດ້ມອບໃບຍ້ອງຍໍໃຫ້ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ໃຫ້ກຽດມອບໃບຍ້ອງຍໍໃນຄັ້ງນີ້ໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ຮັບໂດຍ ທ່ານ ນາງ ສອນຈັນ ພຸດທະວົງ ທີ່ປຶກສາເສດຖະກິດ-ການຄ້າ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

About admins14