ເຈົ້າແຂວງບໍລິຄໍາໄຊ ຢ້ຽມຢາມຟາມລ້ຽງງົວ ຫອມພະຈັນ ບ້ານໜອງອໍ້ ເມືອງຄຳເກີດ

ເພື່ອເປັນການຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຍົກລະດັບຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນການສົ່ງເສີມການປູກ – ການລ້ຽງ ໃຫ້ຫຼາຍຂຶ້ນ ໃນຕອນບ່າຍຂອງວັນທີ 26 ພະຈິກ 2023 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ຟາມລ້ຽງງົວ ຫ້ອມພະຈັນ ການຟາມ ຢູ່ບ້ານໜອງອໍ້ ເມືອງຄຳເກີດ ໂດຍມີ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ພ້ອມດ້ວຍສະພາປະຊາຊົນແຂວງ, ພະແນກການ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມພາທາງ.

ທ່ານ ຫອມ ລືບຸນຮຽນ ເຈົ້າຂອງຟາມລ້ຽງງົວ ຫອມພະຈັນ ການຟາມ ໄດ້ລາຍງານຫຍໍ້ຕໍ່ທ່ານເຈົ້າແຂວງພ້ອມຄະນະ ວ່າໄດ້ເລີມລ້ຽງງົວ ແຕ່ປີ 2015 ການລ້ຽງເບື້ອງຕົ້ນແມ່ນລ້ຽງແບບປະຖົມປະຖານ ແລະ ມີງົວພຽງແຕ່ 7 ໂຕ, ຮອດປີ 2019 ມີງົວເພີ່ມຂຶ້ນເປັນ 40 ກວ່າໂຕ ແລະ ໄດ້ເລີ່ມກໍ່ສ້າງໂຮງເຮືອນລຽງງົວ 1 ຫຼັງ, ສາງເກັບອາຫານສັດ 1 ຫຼັງ, ຊື້ງົວເຂົ້າມາຕື່ມຈໍານວນໜຶ່ງ, ຕິດຕັ້ງລະບົບໄຟຟ້າ, ປູກຫຍ້າລ້ຽງງົວ 10 ເຮັກຕາ ແລະ ນໍ້າໃຊ້ເຕັກນິກແບບໃໝ່ ເຂົ້າມາຊ່ວຍໃນການລ້ຽງ, ການລົງທຶນທີ່ຜ່ານມາ ປະມານ 1 ຕື້ກວ່າກີບ, ໃນປີ 2023 ໄດ້ຊື້ງົວເຂົ້າມາຕື່ມ ມີງົວທົງໝົດ 100 ກວ່າໂຕ, ໄລຍະຜ່ານມາ ໄດ້ຂາຍງົວແລ້ວ 60 ກວ່າໂຕ, ໄດ້ລາຍຮັບ 450 ລ້ານກວ່າກີບ, ສະເລ່ຍ 7 ລ້ານ 5 ແສນ ກີບຕໍ່ໂຕ, ສຳລັບຕະຫຼາດ ແມ່ນມີທັງຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ປັດຈຸບັນ ຫອມພະຈັນ ການຟາມ ມີເນື້ອທີ່ທັງໝົດ 16 ເຮັກຕາ, ພະນັກງານ 3 ຄົນ, ງົວ 60 ກວ່າໂຕ, ອາຫານທີ່ໃຫ້ງົວກິນ ແມ່ນມີຫຍາ, ເຟືອງ ແລະ ຫົວອາຫານເສີມ ສະເລ່ຍໂຕ່ໜຶ່ງ ເກືອອາຫານ 15 ກິໂລຕໍ່ມື້. ທ່ານ ຫອມ ລືບຸນຮຽນ ເຈົ້າຂອງຫອມພະຈັນ ການຟາມ ຍັງໄດ້ລາຍງານຕື່ມອີກວ່າ ໃນຕໍ່ໜ້າມີແຜນຈະລຽງງົວໃຫ້ຫຼາຍຂຶ້ນ ເພື່ອໃຫ້ພຽງພໍ່ກັບຄວາມຕ້ອງການຂອງຕະຫຼາດ ແລະ ຈະຂະຫຍາຍເຮັດຟາມລຽງໝູ້, ແບ້ ແລະ ໄກ່ຕື່ມອີກ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຫຍໍ້ຍອງຊົມເຊີຍຕໍ່ກັບຟາມລ້ຽງງົວ ຫ້ອມພະຈັນ ການຟາມ ແລະ ຮຽກຮ້ອງໃຫ້ການນໍາຂອງເມືອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ສົ່ງເສີມໃຫ້ຟາມດັ່ງກ່າວມີການພັດທະນາ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຕິດພັນກັບການສ້າງອາຊີບໃຫ້ປະຊາຊົນທ້ອງຖິ່ນໃຫ້ຫຼາຍຂຶ້ນ, ຕິດຕາມຊຸກຍູ້ທາງດ້ານເຕັມນິກວິຊາການ ເປັນຕົ້ນແມ່ນການປ້ອງກັນພະຍາດຂອງສັດ, ມາດຕະຖານຂອງຄອກສັດລ້ຽງ, ຄຸນນະພາບຂອງພໍ່-ແມ່ພັນ ແລະ ອື່ນໆ ທັ່ງນີ້ກໍ່ເພື່ອເຮັດໃຫ້ຜະລິດຕະພັນຂອງຟາມ ໄດ້ມາດຕະຖານ ແລະ ໄດ້ຄຸນນະພາບ ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ, ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ກາຍເປັນສິ້ນຄ້າສົ່ງອອກຕ່າງປະເທດ ເຊີ່ງຈະປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ, ເສດຖະກິດຂອງເມືອງ ກໍ່ຄືເສດຖະກິດຂອງແຂວງບໍລິຄຳໄຊ.

About admins14