ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ຕິດຕາມວຽກງານ ຢູ່ໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນແສນສຳລານ

ເພື່ອເປັນການຊູກຍູ້ສົ່ງເສີມການບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ໃຫ້ມີການເຄືອນໄຫວຢ່າງຖືກຕ້ອງໄປຕາມທິດທາງແຜນການ ແລະ ມີຜົນສຳເລັດຕາມຄາດໝາຍ ໃນວັນທີ 15 ພະຈັກ 2023 ຢູ່ບ້ານແສນສໍາລານ ເມືອງປາກກະດີງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ລົງຕິດຕາມວຽກງານ ຢູ່ໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນແສນສຳລານ ມີທ່ານ ພົງທອນ ຕີດຳລົງ ອຳນວຍການບໍລິສັດນະວະດີ ພະລັງງານສະອາດ ຈໍາກັດ ໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນແສນສຳລານ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມພາທາງ.

ໂອກາດນີ້ ທ່ານເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ຮັບຟັງການລາຍງານຫຍໍ່ ກ່ຽວກັບສະພາບລວມຂອງໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນແສນສຳລານ ເປັນຕົ້ນແມ່ນທີ່ມາຂອງໂຄງການ, ການສຳຫຼວດ, ການອອກແບບ, ຂັ້ນຕອນຂອງການກໍ່ສ້າງ ເຊີ່ງໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນແສນສຳລານ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 25 ມີນາ 2023 ໃນເນື້ອທີ່ 4,5 ເຮັກຕາ, ມາຮອດປັດຈຸບັນສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 85 ກວ່າສ່ວນຮ້ອຍ ໂດຍສະເພາະແມ່ນສໍາເລັດການຕິດຕັ້ງແຜງໂຊລ່າເຊວ, ການວາງລະບົບສາຍໄຟຟ້າ, ຫ້ອງຄວບຄຸມການຜະລິດ ແລະ ອື່ນໆ, ສຳລັບໜ້າວຽກໃນຕໍ່ໜ້າ ແມ່ນຈະເລັ່ງໃສ່ການຕິດຕັ້ງໝໍ້ແປງໄຟຟ້າ ແລະ ການຕິດຕັ້ງລະບົບໄຟຟ້າແຮງສູງບາງສ່ວນ, ເມື່ອສຳເລັດຈະສາມາດຜະລິດກະແສໄຟຟ້າໄດ້ 2 ເມັກກາວັດ ແລະ ຈະສະໜອງໄຟຟ້າດັ່ງກ່າວ ໃຫ້ລັດວິສາຫະກິດໄຟຟ້າລາວ ໃນໄລຍະເວລາ 25 ປີ ແຕ່ປີ 2023 ຫາ 2047.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງອຳນວຍຄວາມສະດວກ ໃຫ້ໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນແສນສຳລານ ຢ່າງເຕັມທີ່ ຕາມລະບຽບກົດໝາຍທີ່ກຳນົດໄວ້, ພ້ອມນັ້ນ ຕ້ອງເອົາໃຈໃສ່ປະສານສົມສົມກັນ ຕິດຕາມກວດກາດ້ານເຕັກນິກວິຊາການ ໃຫ້ຖືກຕ້ອງ, ໄດ້ຕາມມາດຕະຖານ, ຮັບປະກັນຄວາມປອດໄພສູງສຸດ ແລະ ສາມາດພະລິດກະແສໄຟຟ້າ ໄດ້ຕາມແຜນການທີ່ໄດ້ວາງໄວ້.

ຈາກນັ້ນ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ຍັງໄດ້ລົງຕິດຕາມກວດກາ ສະພາບຕາຝັງຢູ່ຕາມລຽບແຄມແມ່ນ້ໍາຂອງ ຢູ່ເຂດບ້ານແກ້ງສະດອກ ເມືອງປາກຊັນ ເຊີ່ງເຫັນວ່າມີຕາຝັງເຊາະເຈືອນຢູ່ບາງຈຸດ. ການລົງມາເຄື່ອນໄຫວຕິດຕາມໃນຄັ້ງນີ້ ກໍ່ເພື່ອເປັນການກວດກາໃຫ້ເຫັນເຖິງບັນຫາສະພາບຄວາມເປັນຈິງຂອງທ້ອງຖິ່ນ, ທັງເປັນການລົງມາເກັບກຳຂໍ້ມູນຕົວຈິງ ເພື່ອນໍາໄປຄົ້ນຄວ້າ, ພິຈາລະນາ ໃນການປ້ອງກັນ ແລະ ແກ້ໄຂໃນຕໍ່ໜ້າ.

About admins14