ສສຊ – ສສຂ ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຄັ້ງທີ II ຊຸດທີ II ທີ່ເມືອງວຽງທອງ

      ໃນວັນທີ 14-16 ກຸມພາ 2022 ທ່ານ​ ພັອ ຄໍາສາຍ ພັນດານຸວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ພ້ອມດ້ວຍ ທ່ານ ສົມໃຈ ຊົງລາວ່າງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງທອງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຄັ້ງທີ II ຊຸດທີ II ໃຫ້ພໍ່ແມ່ປະຊາຊົນ ບ້ານ ນາຍາງ, ວັງພຽງ, ນາຕັນ, ໄຊບົວທອງ, ວັງແປ້ນ, ມີໄຊ, ນໍ້າກູ້ ແລະ ໄຊຈະເລີນ ເຊີ່ງມີອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ​.​

      ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ເພື່ອລົງພົບປະໂອ້ລົມພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ເທື່ອທີ II ຊຸດທີ II.

ເຊີ່ງເນື້ອໃນກອງປະຊຸມ ໄດ້ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການປີ 2022, ຮັບຮອງການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2021 ແລະ ແຜນງົບປະມານປີ 2022, ຮັບຮອງເອົາຍຸດທະສາດການພັດທະນາໄຟຟ້າຂອງ ສປປ ລາວ ປີ 2021-2030, ຮັບຮອງເອົາວິໃສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 20 ປີ 2021 – 2040, ໄລຍະ 10 ປີ 2021 – 2030 ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 5 ປີ 2021 – 2025.

ຮັບຮອງເອົາຜົນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ 2020, ບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ, ຮັບຮອງເອົາບົດລາຍງານການເຄື່ອນໄຫວຂອງອົງການກວດກາລັດຖະບານ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022, ຮັບຮອງເອົາບົດລາຍງານແຜນການເຄື່ອນໄຫວຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ, ຮັບຮອງເອົາການເຄື່ອນໄຫວວຽກງານ ແລະ ທິດທາງແຜນການຂອງສະພາແຫ່ງຊາດ – ສະພາປະຊາຊົນແຂວງ, ຮັບຮອງເອົາກົດໝາຍ ຈໍານວນ 11 ສະບັບ, ໃນນັ້ນສ້າງໃໝ່ 4 ສະບັບ, ປັບປຸງ 7 ສະບັບ.

ຮັບຮອງເອົາບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນເປັນຈຸດສຸມບຸລິມະສິດຂອງແຂວງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີມີລັກສະນະຍຸດທະສາດປະຈໍາປີ 2021 ແລະ ທິດທາງແຜນການປີ 2022.

ພ້ອມນີ້ ຍັງທັງຮັບຟັງຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນ ຢູ່ແຕ່ລະບ້ານ ເພື່ອນໍາໄປຄົ້ນຄ້ວາ ແລະ ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ.

 

 

About admin11