ສະຫະພັນນັກຮົບເກົ່າ ເມືອງວຽງທອງ ດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ VII

   ໃນວັນທີ 17 ກຸມພາ 2022 ຫ້ອງການສະຫະພັນນັກຮົບເກົ່າ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານ ຄັ້ງທີ 3 ສະໄໝທີ IV ຂື້ນ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ, ພາຍໃຕ້ການເປັນປະທານຂອງທ່ານ ອ່ອນແກ້ວ ອຸດລາຍັນ ປະທານສະຫະພັນນັກຮົບເກົ່າເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນຄຳ ເພັດໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ທ່ານ ພັທ ດວງຕາ ໄຊຍະທຳ ປະທານສະຫະພັນນັກຮົບເກົ່າແຂວງ ບໍລິຄໍາໄຊ, ມີຄະນະບໍລິຫານງານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ພ້ອມກັນຮັບຟັງການຜ່ານບົດສະຫຼຸບຕີລາຄາຄືນການປະຕິບັດຮອບດ້ານໃນໄລຍະ1 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການປີ 2022, ສະຫະພັນນັກຮົບເກົ່າເມືອງ ວຽງທອງ ມີ 24 ໜ່ວຍ ແລະ 8 ຈຸ ມີສະມາຊິກທັງໝົດ 483 ສະຫາຍ ຍີງ13 ສະຫາຍ.

ຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກເຂົ້າໃຈຕໍ່ແນວທາງຂອງພັກ – ລັດ, ເຜີຍແຜ່ໂຄສະນາຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ສາມາດສ້າງສະມາຊິກ 3 ດີ 6 ຮັກສາ ໄດ້ 214 ສະຫາຍ, ໄດ້ປະຕິບັດນະໂຍບາຍອຸດໜູນກິນທານ 8 ສະຫາຍ, ມອບເງິນກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນໃຫ້ສະມາຊິກທີ່ເສຍຊິວິດຈຳນວນ 5 ສະຫາຍ ເປັນເງິນ 22.400,000 ກີບ.

 

 

About admin11