ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ, ເປັນກຽດຕ້ອນຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານເຈົ້າແຂວງໄດ້ລາຍງານ ກ່ຽວກັບຜົນສຳເລັດ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2021 ວ່າ: ໃນໄລຍະ 1 ປີຜ່ານມາ ເປັນໄລຍະທີ່ແຂວງໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ເປັນສາເຫດຕົ້ນຕໍ ເຮັດໃຫ້ເສດຖະກິດຂອງແຂວງ ຖືກຢູ່ໃນຈັງຫວະທີ່ຂະຫຍາຍຕົວຊ້າ ເກືອບທຸກກິດຈະກໍາທາງເສດຖະກິດຂອງບຸກຄົນ ແລະ ນິຕິບຸກຄົນ.

ຈາກສະພາບດັ່ງກ່າວ ສູນສະຖິຕິປະຈຳແຂວງ ໄດ້ປະເມີນອັດຕາເຕີບໂຕ ຂອງເສດຖະກິດ ໃນປີ 2021 ນີ້ ລວມຍອດຜະລິດຕະພັນພາຍໃນ (GPP) ໄດ້ 6.670,5 ຕື້ກີບ, ອັດຕາການຂະຫຍາຍຕົວ 4,77% ສະເລ່ຍຕໍ່ຫົວຄົນ 20,9 ລ້ານກີບ ຫຼື ເທົ່າກັບ 2.225 ໂດລາ, ບໍລິການເອກະສານ ຜ່ານປະຕູດຽວຂອງແຂວງ ສາມາດຈັດເກັບລາຍຮັບໄດ້ທັງໝົດ 2.153.811.318 ກີບ ລື່ນແຜນ 10,57%, ທົ່ວແຂວງສາມາດຊົມໃຊ້ໄຟຟ້າຖາວອນ ໃນ 7 ຕົວເມືອງ ເທົ່າກັບ 100%, ມີຈຳນວນຄອບຄົວທີ່ນໍາໃຊ້ກະແສໄຟຟ້າ ເທົ່າກັບ 96,13%.

ກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍສັງຄົມ ໄດ້ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ຊ່ວຍເຫຼືອຜູ້ດ້ອຍໂອກາດ, ຜູ້ປະສົບໄພ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້ອມແປງ – ກໍ່ສ້າງ ແລະ ສະໜອງອຸປະກອນການຮຽນ, ອຸປະກອນການແພດ ຕ້ານໂຄວິດ-19 ແລະ ອື່ນໆ ລວມເປັນມູນຄ່າທັງໝົດ 460,896.000ກີບ ແລະ 3.830 ໂດລາ.

ສ້າງຄອບຄົວວັດທະນະທຳ ໄດ້ 1.529 ຄອບຄົວ ລື່ນແຜນ 39,25%, ປັດຈຸບັນມີຄອບຄົວວັດທະນະທຳ 47.940 ຄອບຄົວ ເທົ່າກັບ 89,56%, ບ້ານວັດທະນະທຳ 274 ບ້ານ ເທົ່າກັບ 96,47%.

ແຂວງ ມີສູນຈຳກັດບໍລິເວນທັງໝົດ 17 ສູນ ແລະ ໂຮງແຮມ 8 ແຫ່ງ, ສູນປິ່ນປົວ 9 ສູນ, ເກັບຕົວຢ່າງສົ່ງກວດຊອກຫາໂຄວິດ-19 ທັງໝົດ 24.559 ຕົວຢ່າງ, ພົບເຊື້ອຜົນບວກສະສົມ ທັງໝົດ 3.773 ຄົນ, ປິ່ນປົວດີ 3,571 ຄົນ, ກຳລັງປິ່ນປົວ 177 ຄົນ, ເສຍຊີວິດສະສົມທັງໝົດ 25 ຄົນF ຈຳນວນຄົນຮັບວັກຊີນເຂັມ 1 ມີ 197,731 ຄົນ ເທົ່າກັບ 61,73% ແລະ ຮັບວັກຊີນຄົບ 174.733 ຄົນ ເທົ່າກັບ 54,55%.

ໃນຕອນບ່າຍຂອງວັນດຽວກັນ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຍັງໄດ້ເດີນທາງໄປເບິ່ງໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແຫ່ງທີ V ລາວ – ໄທ ( ປາກຊັນ – ບຶງການ ) ເຊິ່ງປັດຈຸບັນ ສັນຍາ 1 Package 2B ( ກໍ່ສ້າງຂົວຂ້າມນ້ຳຂອງ ) ປະຕິບັດໄດ້ 20,34 % ລື່ນແຜນການ 6,55 %, ສັນຍາ 2 Package 3 ( ກໍ່ສ້າງທາງເຂົ້າຂົວ ແລະ ອາຄານດ່ານ) ປະຕິບັດໄດ້ 31,19 % ລື່ນແຜນການ 2,77 %F ສະເລ່ຍຄວາມຄືບໜ້າທັງສອງສັນຍາ ປະຕິບັດໄດ້ 25,76 % ລື່ນແຜນການ 4,66 %.

ພ້ອມນີ້ ຍັງໄດ້ໄປເບິ່ງສວນເຮືອນຮົ່ມຢູ່ບ້ານຫາງຊິງສະຫວ່າງ ທີ່ໄດ້ທຶນຊ່ວຍເຫຼືອລ້າຈາກໂຄງການພັດທະນາບ້ານແບບໃໝ່ ແຊມາອຶລອຸນດົງ ຈາກ ສ.ເກົາຫຼີ ປະຈຳ ສປປ ລາວ ຈຳນວນ 23 ຫຼັງ.

About admins16