ສສຂ ເນັ້ນຫຼາຍວຽກງານ ທີ່ອົງການປົກຄອງແຂວງ ຕ້ອງສຸມໃສ່ຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ

ເພື່ອຮັບປະກັນຜົນສຳເລັດ ຂອງວຽກງານພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊກ່ຽວກັບແຜນພັດທະນາ ເສດຖະກິດ – ສັງຄົມ 5 ປີ (2021-2025) ຕໍ່ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ຈັດຂຶ້ນ ໃນວັນທີ 7 ເມສາ 2021.

ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ (2016 – 2020) ແຂວງບໍລິຄໍາໄຊ ຍັງສາມາດຮັກສາໄດ້ ສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງຫນັກແຫນ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຄຸນນະພາບຊີວິດການເປັນຢູ່ໄດ້ຮັບການປັບປຸງ ແລະ ມີການປ່ຽນແປງດີຂຶ້ນເທື່ອລະກ້າວ.

ແຕ່ເຖີງຢ່າງໄດກໍ່ຕາມ ຜ່ານການຕິດຕາມ-ກວດກາ ຂອງສະພາປະຊາຊົນແຂວງ ເຫັນວ່າຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ເປັນຕົ້ນແມ່ນຄາດຫມາຍດ້ານສັງຄົມ ມີບາງຕົວຊີ້ວັດຍັງບໍ່ບັນລຸ ໄດ້ຕາມແຜນການທີ່ໄດ້ກໍານົດໄວ້, ອັດຕາການຂະຫຍາຍຕົວຂອງເສດຖະກິດ 5 ປີ ຢູ່ໃນລະດັບສະເລ່ຍ 6,5% ເຫັນວ່າບໍ່ໄດ້ຕາມແຜນທີ່ວາງໄວ້ໃນລະດັບ 7,8%, ການຫັນປ່ຽນໂຄງປະກອບເສດຖະກິດ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຍັງເຮັດບໍ່ທັນໄດ້, ການປຸງແຕ່ງຜົນຜະລິດກະສິກໍາຍັງເຮັດໄດ້ໜ້ອຍ, ການຫັນປ່ຽນໂຄງປະກອບແຮງງານ ຕາມທິດພັດທະນາສີມືເເຮງງານ ແລະ ການຍົກປະສິດທິພາບຂອງແຮງງານ ຂະຫຍາຍຕົວຊ້າ, ຊື່ງສະແດງໃຫ້ເຫັນວ່າ: ອັດຕາສ່ວນແຮງງານໃນຂະແຫນງກະສິກໍາ ຍັງກວມເປັນສ່ວນໃຫຍ່ ສະເລ່ຍ 52% ຕໍ່ປີ, ການຫັນປ່ຽນວິທີການຜະລິດໄປສູ່ເຕັກນິກວິທະຍາສາດ ຍັງບໍ່ທັນເຂົ້າສູ່ລວງເລິກ, ການສົ່ງເສີມທີ່ຕິດພັນກັບຕະຫຼາດຮອງຮັບຍັງໜ້ອຍ ລວມທັງການຫັນປ່ຽນຮູບແບບການຜະລິດຂອງປະຊາຊົນ ຍັງບໍ່ທັນກັບຍຸກສະໄໝ, ການລົງທຶນຂອງລັດໃນໄລຍະຜ່ານມາ  ບໍ່ໄດ້ຈັດຕັ້ງປະຕິບັດໄປຕາມແຜນທີ່ວາງໄວ້, ການແກ້ໄຂຄວາມທຸກຍາກຍັງບໍ່ທັນເຂົ້າສູ່ລວງເລິກ ແລະ ຮັບປະກັນຄວາມຍືນຍົງ ພວກເຮົາຍັງບໍ່ທັນໄດ້ວິເຄາະ-ວິໃຈ ແລະ ສ້າງຄວາມເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ໃນການແກ້ໄຂຄວາມທຸກຍາກ ແລະ ກ້າວໄປສູ່ການພັດທະນາຢ່າງແທ້ຈິງ, ບໍ່ທັນສ້າງເປັນແຜນແມ່ບົດ ເພື່ອເປັນບ່ອນອີງໃນການວາງແຜນຈັດຕັ້ງປະຕິບັດໃນແຕ່ລະປີ, ການກະກຽມຄວາມພ້ອມໃນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຍັງເຮັດໄດ້ໜ້ອຍ ແລະ ອື່ນໆ.

ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະເເໜງການກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2021-2025) ໃຫ້ເປັນແຜນງານ ແລະ ໂຄງການ ໂດຍຕິດພັນກັບແຜນຄົນ ແລະ ແຜນງົບປະມານ ໃຫ້ເປັນລະບົບຕໍ່ເນື່ອງ ໃນແຕ່ລະຂະແໜງການ ແລະ ເມືອງ, ຈັດຕັ້ງປະຕິບັດກົນໄກຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ກິດຈະກໍາ ໃຫ້ຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ໂດຍເນັ້ນໃສ່ຜົນໄດ້ຮັບ ແລະ ຜົນກະທົບຕົວຈິງ, ເຊື່ອມສານ 18 ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຂົ້າໃສ່ບັນດາເປົ້າໝາຍ ແລະ ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ V (2021-2025) ໃຫ້ຄົບຖ້ວນ, ຈະແຈ້ງ, ຊັດເຈນ ພ້ອມທັງເເບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການ ນໍາໄປຈັດຕັ້ງປະຕິບັດຢ່າງຂາດຕົວ.

ສືບຕໍ່ຄົ້ນຄວ້ານະໂຍບາຍ, ມາດຕະການ ແລະ ວິທີການໃນການຈັດຫາແຫຼ່ງທຶນ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາ ແລະ ຍົກສູງປະສິດທິພາບຂອງການລົງທຶນ ເພື່ອຮັບປະກັນການບັນລຸເປົ້າໝາຍຂອງແຜນການທີ່ໄດ້ກໍານົດ, ຄົ້ນຄ້ວາ ແລະ ກວດກາຄືນການກໍານົດບັນດາຈຸດສຸມການພັດທະນາ ແລະ ຄາດໝາຍສູ້ ຊົນແຕ່ລະດ້ານ ຂອງວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ສອດຄ່ອງກັບເງື່ອນໄຂທ່າແຮງ ແລະ ຄວາມສາມາດຕົວຈິງ, ຜັນຂະຫຍາຍແຜນເເມ່ບົດຈັດສັນທີ່ດິນຂອງແຂວງ ອອກເປັນແຜນຈັດສັນທີ່ດິນ ແລະ ຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ລະອຽດ ຂອງແຕ່ລະຂະແໜງການ ແລະ ເມືອງໃຫ້ສໍາເລັດໂດຍໄວ, ຕິດຕາມ, ກວດກາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ແລະ ການເຊົ່າ-ສໍາປະທານທີ່ດິນ ຈາກການພັດທະນາໂຄງການຕ່າງໆ.

ຄົ້ນຄວ້ານະໂຍບາຍ ເພື່ອພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາໃຫ້ແຮງງານລາວ, ສ້າງເງື່ອນໄຂໃຫ້ແຮງງານໄດ້ເຂົ້າເຖິງການບໍລິການປະກັນສັງຄົມ ທີ່ມີປະສິດທິພາບ ແລະ ພັດທະນາ ຜະລິດຕະພັນທາງດ້ານວັດທະນະທໍາ ໃຫ້ເປັນເສດຖະກິດ, ມີຄວາມຫຼາກຫຼາຍ ທາງດ້ານປະລິມານ ແລະ ຄຸນນະພາບ, ເພີ່ມທະວີການຕິດຕາມກວດກາ ແລະ ປະເມີນການຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານວັດທະນະທໍາໃຫ້ຕໍ່ເນື່ອງ ຮັບປະກັນຄວາມຢືນຍົງ, ປັບປຸງໂຄງລ່າງພື້ນຖານດ້ານການທ່ອງທ່ຽວໃຫ້ໄດ້ຕາມມາດຕະຖານ ແລະ ສ້າງວົງຈອນການທ່ອງທ່ຽວໃຫ້ເປັນຜະລິດຕະະພັນໃໝ່ ໂຄສະນານະໂຍບາຍຂອງລັດຖະບານໃນການຄວບຄຸມ ແລະ ປ້ອງກັນໄພພິບັດທາງທໍາມະຊາດ, ການລະບາດ ຂອງພະຍາດຕ່າງໆ ເປັນຕົ້ນພະຍາດໂຄວິດ 19.

About admins16