ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 7 ເມສາ ແລະ ອັດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 8 ເມສາ 2021 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ປິ່ງຄຳ ລາຊະສິມມາ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ແຂກຖືກເຊີນຈາກພະແນກການຂອງແຂວງ, ພະນັກງານອາວຸໂສ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງກອງປະຊຸມໄດ້ຮັບຟັງການລາຍງານ ແລະ ເປັນເອກະພາບສູງ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງແຂວງ ຄື: ຮັບຟັງການລາຍງານ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ເລືອກຕັ້ງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ເປັນປະທານສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II, ເລືອກຕັ້ງຮອງປະທານສະພາປະຊາຊົນແຂວງ 2 ທ່ານ ຄື: ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ ແລະ ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ ເປັນຮອງປະທານສະພາປະຊາຊົນແຂວງ, ເລືອກເອົາກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ຈຳນວນ 7 ທ່ານ, ຮັບຮອງເອົາໂຄງປະກອບ ກົງຈັກການຈັດຕັ້ງ ຂອງສະພາປະຊາຊົນແຂວງ ຄື: ຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ, ຄະນະເລຂາທິການສະພາປະຊາຊົນແຂວງ, ຮັບຮອງເອົາການແຕ່ງຕັ້ງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ V (2021-2025) ຂອງແຂວງ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳ 5 ປີ 2016 – 2020 ແລະ ທິດທາງແຜນການ 5 ປີ 2021-2025 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ຮັບຮອງເອົາບົດລາຍງານ ແຜນການ 5 ປີ 2021-2025 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກຳຂອງແຂວງ ປະຈຳ 5 ປີ 2021-2025.

ກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນຳຂອງແຂວງ, ພະແນກການທີ່ກ່ຽວຂ້ອງ ຕໍ່ກັບຄຳສະເໜີຂອງສະມາຊິກສະພາປະຊາຊົນແຂວງ ທີ່ຕາງໜ້າໃຫ້ແກ່ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ. ພ້ອມນີ້ ກອງປະຊຸມ ຍັງໄດ້ຮັບຄຳສະເໜີຂອງປະຊາຊົນ ຜ່ານສາຍດ່ວນ ໝາຍເລກ 054 156 ມີຈໍານວນ 6 ສາຍ, 7 ເລື່ອງ.

About admins16