ຄະນະບັນຊາກອງພັນໃຫຍ່ 642 ອວຍພອນກໍາລັງ ປກສ ຢູ່ພາຍໃນແຂວງບໍລິຄໍາໄຊ

ໃນຕອນບ່າຍຂອງວັນທີ່ 6 ເມສາ 2021 ນີ້, ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ປກສ ເມືອງປາກຊັນ ແລະ ປກສ ເມືອງບໍລິຄັນ ຄະນະບັນຊາກອງພັນໃຫຍ່ 642 ນໍາໂດຍ ທ່ານ ພັນໂທ ຄໍາໃສ ແພງຄູນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ພ້ອມຄໍາອວຍພອນອັນປະເສີດ ເຂົ້າອວຍພອນກໍາລັງ ປກສ ຢູ່ພາຍໃນແຂວງບໍລິຄໍາໄຊ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021 ), ໂດຍໄດ້ໃຫ້ກຽດຕ້ອນຮັບຈາກທ່ານ ພັນເອກ ຜາໂຂງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມຄະນະ.

ໂອກາດດັ່ງກ່າວນີ້ ຄະນະນໍາແຕ່ລະກົມກອງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກ – ຄະນະບັນຊາ ກອງພັນໃຫຍ່ 642 ທີ່ເຫັນໄດ້ຄວາມສໍາຄັນຕໍ່ວຽກງານປ້ອງກັນຄວາມສະຫງົບ ແລະ ຫຼາຍໆໜ້າທີ່ວຽກງານມີການເຊື່ອມໂຍງກັນ ລະຫວ່າງກົມກອງພວກເຮົາຢ່າງສະໜິດແໜ້ນ, ພ້ອມກັນແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນດ້ວຍດີຕະຫຼອດມາ.

About admin11