ສຍຂ ຈັດຝຶກອົບຮົມວຽກງານປູກຈິດສຳນຶກສຳລັບເດັກນ້ອຍ ແລະ ຊາວໜຸ່ມ

ໃນລະຫວ່າງວັນທີ 15 – 16 ມີນາ 2022 ສະຫະພັນແມ່ຍິງແຂວງ ສົມທົບກັບສະຫະພັນແມ່ຍິງເມືອງ ຈັດກອງປະຊຸມຝຶກອົບຮົມວຽກງານປູກຈິດສຳນຶກສຳລັບເດັກນ້ອຍ ແລະ ຊາວໜຸ່ມ ກ່ຽວກັບບັນຫາບົດບາດຍິງ-ຊາຍ ຢູ່ໂຮງຮຽນປະຖົມສົມບູນ ບ້ານໂພນງາມ, ປະຖົມບ້ານນາງອຍ, ມັດຖະຍົມຕົ້ນ ບ້ານໜອງກອກ ເມືອງຄຳເກີດ ໃຫ້ກຽດນຳພາໂດຍ ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ນາງ ຄຳໃສ ຄໍາສຸກຖາວົງ ຮອງປະທານສະຫະພັນແມ່ຍິງເມືອງຄໍາເກີດ, ມີບັນດາຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ເນື້ອໃນເອກະສານນຳມາເຜີຍແຜ່ ມີພາລະບົດບາດ, ສິດ ແລະ ໜ້າທີຂອງສະຫະພັນແມ່ຍິງລາວ, ຄວາມຮູ້ພຶ້ນຖານກ່ຽວກັບຄວາມສະເໝີພາບຍິງ-ຊາຍໃນການມີສ່ວນຮ່ວມ, ຄວາມຮູ້ພື້ນຖານກ່ຽວກັບບົດບາດຍິງ-ຊາຍ, ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ທັກສະຊີວິດສໍາລັບເດັກ ແລະ ໄວໜຸ່ມ ແລະ ການປ້ອງກັນ, ຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

ນອກນີ້ ຍັງໄດ້ມີກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວ ກ່ຽວກັບເນື້ອໃນທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ແລະ ຍັງໄດ້ຖາມ-ຕອບກ່ຽວກັບສິ່ງເສບຕິດຈຳນວນໜຶ່ງ, ທັງໝົດນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານລາຣຊະອານາຈັກລຸກຊຳບວກ.

About admins14