ຊໜ ແຂວງ ລົງໂຄສະນາວຽກງານໃຫ້ຄໍາປຶກສາແກ່ຊາວໜຸ່ມ – ໄວໜຸ່ມ ມໍປາຍ ປາກຊັນ

ໃນວັນທີ 16 ມີນາ 2022 ສະຫາຍ ອາລັນ ໄຊຍະສານ ຫົວໜ້າຂະແໜງເຍົາວະຊົນ, ຄະນະໃຫ້ຄໍາປຶກສາແກ່ຊາວໜຸ່ມ-ໄວໜຸ່ມ ປະຈໍາຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມທິມງານ ໄດ້ລົງເຄື່ອນໄຫວໂຄສະນາການໃຫ້ຄໍາປຶກສາແກ່ຊາວໜຸ່ມນັກຮຽນ ໂຮງຮຽນມັດທະຍົມປາຍປາກຊັນ ໂດຍການເຂົ້າຮ່ວມ ຂອງ ອາຈານ ຄໍາຜັນ ພັນນຸລາດ ຄະນະພັກ, ຄະນະອໍານວຍການໂຮງຮຽນ ມໍປາຍ ປາກຊັນ, ມີຄູອາຈານ ແລະ ສະມາຊິກຊາວໜຸ່ມ ພ້ອມດ້ວຍຊາວໜຸ່ມນັກຮຽນ ເຂົ້າຮ່ວມ.

ທ່ານ ອາລັນ ໄຊຍະສານ ກ່າວວ່າ: ຈຸດປະສົງ ແມ່ນເພື່ອຊ່ວຍເຫຼືອຊາວໜຸ່ມຜູ້ທີ່ມີບັນຫາຕ່າງໆ ທີ່ບໍ່ມີທາງອອກ, ບໍ່ກ້າເວົ້າໃຫ້ໝູ່ເພື່ອນ ແລະ ຜູ້ປົກຄອງຟັງ ເຊິ່ງການໃຫ້ຄໍາປຶກສາຂອງທີມງານແມ່ນຜ່ານທາງລະບົບອອນລາຍ ແລະ ຈະເປັນຄວາມລັບທີ່ສຸດ ບໍ່ວ່າຈະເປັນເລື່ອງບັນຫາໃນຄອບຄົວ, ພໍ່ແມ່ຜິດຖຽງກັນ, ຜົວ-ເມຍ ນອກໃຈກັນ, ເສດຖະກິດຄອບຄົວ ພໍ່ແມ່ບໍ່ສາມາດສົ່ງລູກຮຽນ, ບັນຫາຢາເສບຕິດ, ຄົນໃນຄອບຄົວ ຫຼື ຕົນເອງພົວພັນກັບສິ່ງເສບຕິດ, ຄົນຮັກນອກໃຈ, ຮັກບໍ່ກ້າບອກ ແລະ ບັນຫາອື່ນໆ.

ຈຸດປະສົງ ກໍ່ເພື່ອຊ່ວຍໃຫ້ຊາວໜຸ່ມໃນໂຮງຮຽນທຸກຄົນ ໄດ້ເຂົ້າຮ່ວມເຄືອຂ່າຍທີ່ປຶກສາທາງອອນລາຍ ເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບຊາວໜຸ່ມຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ສໍາລັບເບີໂທໃຫ້ຄໍາປຶກສາແກ່ຊາວໜຸ່ມ – ໄວໜຸ່ມ ແມ່ນ 020 96709552, 020 91097859 ແລະ 020 98950726 ສາມາດພົວພັນຕະຫຼອດ 24 ຊົ່ວໂມງ.

About admins14