ສະຫຼຸບວຽກງານປະຈຳປີ 2021 ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃນຮູບແບບທາງໄກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນາ 2022 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາເເພງ ໄຊສົມເເພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະພາເເຫ່ງຊາດ, ກະຊວງອຸດສາຫະກໍາ ເເລະ ການຄ້າ, ທະນາຄານ, ສະພາການຄ້າ ເເລະ ອຸດສາຫະກໍາເເຫ່ງຊາດລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ສຳລັບແຂວງບໍລິຄຳໄຊ ແມ່ນຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍຂະແໜງການກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ປະທານສະພາບໍລິຫານ ທສວ ໄດ້ລາຍງານຜົນງານອັນພົ້ນເດັ່ນໃນ 1 ປີ ຜ່ານມາ ວ່າ: ໃນປີ 2021  ທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດໂດຍລວມ ທີ່ສົ່ງຜົນມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ທສວ ໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ, ບົນຫຼັກການ ແລະ ເງື່ອນໄຂທີ່ກໍານົດໃນດໍາລັດວ່າດ້ວຍກອງທຶນສົ່ງເສີມ SME ສະບັບປັບປຸງ ເລກທີ 299/ລບ ຢ່າງຕັ້ງໜ້າ ໃນການສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ເຫັນໄດ້ເຖິງຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງ ລັດຖະບານ ຍັງປະກອບທຶນໃຫ້ ທສວ ເພີ່ມຕື່ມຈຳນວນ 100 ຕື້ກີບ ໃນນັ້ນ ໄດ້ສະໜອງໃຫ້ທະນາຄານທຸລະກິດຈຳນວນ 94 ຕື້ກີບ ແລະ ກອງທຶນພັດທະນາໄຊສົມບູນ ຈຳນວນ 5 ຕື້ກີບ ເພື່ອປ່ອຍສິນເຊື່ອໃຫ້ ຈວນກ ທີ່ນອນໃນຂະແໜງບູລິມະສິດໃນອັດຕາດອກເບ້ຍ 3% ຕໍ່ປີ.

ນອກນັ້ນ, ທສວ ຍັງສະໜອງທຶນຈໍານວນ 7,6 ຕື້ກີບ ທີ່ໄດ້ຈາກດອກເບ້ຍໃຫ້ສະຖາບັນການເງິນຈຸລະພາກ ແລະ ກອງທຶນນາງຟ້າເພື່ອສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ ແລະ ກຸ່ມຜູ້ຜະລິດໃນອັດຕາດອກເບ້ຍ 1% ຕໍ່ເດືອນ ຫຼື 12% ຕໍ່ປີ.

ປີ 2021 ສະຖາບັນການເງິນທີ່ເຂົ້າຮ່ວມໂຄງການ ສາມາດອະນຸມັດສິນເຊື່ອໃຫ້ ຈວນກ ແລະ ກຸ່ມຜູ້ຜະລິດຈຳນວນ 140 ຕື້ກວ່າກີບ ໃຫ້ກັບ ຈວນກ ຈຳນວນ 396 ຫົວໜ່ວຍ, ທຽບໃສ່ ປີ 2020 ຈຳນວນ ຈວນກ ເຂົ້າເຖິງແຫຼ່ງທຶນ ຂອງ ທສວ ໄດ້ເພີ່ມຂຶ້ນ ຈຳນວນ 271,72%.

ໃນປີ 2021 ທສວ ໄດ້ສະໜອງທຶນໂຄງການສົ່ງເສີມວິຊາການ ມີ 21 ໂຄງການມູນຄ່າ 1,5 ຕື້ກີບ ໃຫ້ໜ່ວຍງານສົ່ງເສີມ ຈວນກ ຂັ້ນສູນກາງ 5 ໂຄງການ ມູນຄ່າ 311,84 ລ້ານກີບ, ໜ່ວຍງານສົ່ງເສີມ ຈນວ ຂັ້ນທ້ອງຖິ່ນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະມາຄົມທຸລະກິດ ແລະ ອື່ນໆ 12 ໂຄງການ ມູນຄ່າ 497,21 ລ້ານກີບ ແລະ ຈນວກ 4 ໂຄງການ ມູນຄ່າ 217,45 ລ້ານກີບ.

ນອກນີ້ ທສວ ຍັງໄດ້ເອົາໃຈໃສ່ໂຄສະນາປະຊາສຳພັນ ເພື່ອສ້າງຄວາມເຂົ້າໃຈຂອງສັງຄົມຕໍ່ກັບການເຄື່ອນໄຫວວຽກງານຂອງ ທສວ ໂດຍຜ່ານຫຼາຍຊ່ອງທາງ ຄື: ວິທະຍຸກະຈາຍສຽງແຫ່ງຊາດລາວ, ລາຍການຮອບຮູ້ເລື່ອງ ທຸກວັນສຸກ, ເສົາ ແລະ ອາທິດ, ທາງເພສ Facebook, ເວັບໄຊ, ຊ່ອງຍູທູບ ແລະ ແອັບພິເຄເຊີ່ນ.

ໃນກອງປະຊຸມ ຍັງໄດ້ມີປະກາດການຍ້ອງຍໍ ຂັ້ນກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສະຖາບັນການເງິນທີ່ສະໜອງສິນເຊື່ອ ໃນປີ 2021 ຊຶ່ງໃນນີ້ໄດ້ຮັບໃບຍ້ອງຍໍ ຈໍານວນ 05 ສະຖາບັນ ຄື: ທະນາຄານໄຊງ່ອນເທືອງຕິ່ນ ລາວ, ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເນັກ ແລະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເຊໂນ.

ໃບຊົມເຊີຍ ຈໍານວນ 04 ສະຖາບັນ ຄື: ທະນາຄານພັດທະນາລາວ, ທະນາຄານມາຣູຮານເຈແປນ ລາວ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ.

ສໍາລັບ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ນໍາໃຊ້ສິນເຊື່ອດີເດັ່ນໃນປີ 2021 ມີທັງໝົດ ຈໍານວນ 53 ຫົວໜ່ວຍ ຊຶ່ງໄດ້ຮັບໃບຊົມເຊີຍ ຂັ້ນກະຊວງອຸດສາຫະກໍາ ແລະ ການຄ້າ.

 

About admins16