ຄໍາເກີດສຸມໃສ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂະແໜງ ການທ່ອງທ່ຽວ

ໃນວັນທີ 7 ກໍລະກົດ 2022 ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງໄດ້ຈັດກອງປະຊຸມວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ໃນຂະແໜງການທ່ອງທ່ຽວ ທົ່ວເມືອງຄໍາເກີດ ໂດຍການເປັນປະທານຂອງ ທ່ານ ພັນໂທ ຄັນໄຊ ວົງໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ແລະ ທ່ານ ພັນໂທ ສົມບູນ ວົງນະລາດ ຫົວຫນ້າພະແນກທ່ອງທ່ຽວ ປກສ ແຂວງ ມີບັນດາຫົວຫນ່ວຍທຸລະກິດການທ່ອງທ່ຽວ ບ້ານພັກ-ໂຮງແຮມ ພ້ອມດ້ວຍພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເລກທີ 986/ຖວທ, ລົງວັນທີ 14 ທັນວາ 2021 ວ່າດ້ວຍຮ້ານອາຫານ ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງຮ້ານ ອາຫານ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ, ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທໍາ, ຖືກ ຕ້ອງ, ສະອາດ, ມີຄຸນນະພາບ ແລະ ມາດຕະຖານ ເພື່ອປົກປ້ອງສິດ ຜົນປະໂຫຍດ ຂອງບຸກຄົນ ແລະ ນິຕິບຸກຄົນ ແນໃສດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ, ສົ່ງເສີມການຜະລິດສິນຄ້າພາຍໃນ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສ້າງລາຍຮັບ, ສ້າງວຽກເຮັດງານທໍາ, ກະຈາຍລາຍໄດ້ສູ່ສັງຄົມ ປະກອບສ່ວນພັດທະນາປະເທດຊາດໃຫ້ຂະຫຍາຍຕົວ ຕາມທິດສີຂຽວ ແລະ ຍືນຍົງ.

ກອງປະຊູມນີ້ແມ່ນເລັ່ງໃສ່ສະຖານທີ່ບໍລິການອາຫານສໍາລັບນັກທ່ອງທ່ຽວ, ນັກເດີນທາງ ແລະ ບຸກຄົນທົ່ວໄປ ທີ່ມີຄວາມສົນໃຈເຊິ່ງມີລະບົບໂຄງສ້າງເປັນຕຶກ, ອາຄານ, ຮ້ານ, ຫ້ອງ, ພັດທະຄານ, ຮ້ານອາຫານປະຈໍາເຮືອ-ແພ, ລົດ ຫຼື ພາຫະນະອື່ນໆ ເຊິ່ງມີການຕົບແຕ່ງສວຍງາມຕາມຍຸກສະໄໝຄ່ານິຍົມ ຄວາມຕ້ອງການ, ມີຫຼາກຫຼາຍຮູບແບບ ແລະ ລະດັບ ທີ່ແຕກຕ່າງກັນ, ມີລະບົບບໍລິຫານຈັດການ ແລະ ການບໍລິການໃນຮູບແບບທຸລະກິດ, ມີສິ່ງອໍານວຍຄວາມສະດວກດ້ານການບໍລິການອາຫານ ທີ່ມີຄຸນນະພາບ, ມາດຕະຖານ, ສະອາດ ແລະ ປອດໄພ.

About admins14