ວຽງທອງ ເຜີຍແຜ່ເອກະສານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ

    ຕອນເຊົ້າຂອງວັນທີ 17 ພະຈິກ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ບັນດາເອກະສານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ມີເລຂາພັກເມືອງ-ເຈົ້າເມືອງ, ບັນດາຄະນະປະຈໍາພັກເມືອງວຽງທອງ, ກໍາມະການພັກເມືອງ, ສະມາຊິກສະພາປະຈໍາເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ຄະນະບ້ານໃຫຍ່, ລັດວິສາຫະກິດ ແລະ ນັກທຸລະກິດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນເຊື່ອມຊືມບັນດາເອກະສານ ເຊັ່ນ: ມະຕິຕົກລົງຂອງຄະນະປະຈໍາພັກແຂວງສະບັບເລກທີ 446/ຄປຈ.ຂບຊ, ມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງ ສະບັບເລກທີ 488/ຄບພ.ຂບຊ, ຂໍ້ຕົກລົງຂອງເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 660/ຂບຊ ແລະ ເອກະສານທີກ່ຽວຂ້ອງອີກຈໍານວນໜຶ່ງ.

ຈຸດປະສົງ ກໍ່ເພື່ອການກໍານົດແຜນວຽກງານຕົວຈິງທີ່ຈໍາເປັນຮີບດ່ວນ ເພື່ອປຸກລະດົມກໍາລັງແຮງ ແລະ ຄວາມສາມາດບົ່ມຊ້ອນທັງຫມົດຂອງທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ນິຕິບຸກຄົນ ແລະ ປະຊາຊົນທົ່ວສັງຄົມປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງຕັ້ງຫນ້າ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ພາຍໃນແຂວງ ໃຫ້ພົ້ນອອກຈາກຄວາມສ່ຽງທີ່ຈະຕົກເຂົ້າສູ່ວິກິດການຮ້າຍແຮງ ແລະ ກ້າວສູ່ສະພາບປົກກະຕິໃນໄລຍະແຕ່ນີ້ຮອດປີ 2023.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາຕໍ່ແຜນການດໍາເນີນ ແຜນຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍູ້ງຍາກດ້ານເສດຖະກິດ-ການເງິນຂອງແຂວງ ເພື່ອໃຫ້ແຕ່ລະພາກສ່ວນເຂົ້າໃຈຈະແຈ້ງແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

    

 

About admin11