ຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ ປະກອບສ່ວນແຮງງານສ້າງເຮືອນສາຍໃຈ

ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ, ສະຫາຍ ພັທ ກອງລະສັກ ສີສຸກລາດ ຄະນະປະຈໍາຊາວໜຸ່ມແຂວງ  ເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ ໄດ້ນໍາພາສະມາຊິກຊາວໜຸ່ມຕະລຸມບອນ ຮາກຖານ ປກສ ແຂວງ ຈໍານວນ 10 ສະຫາຍ, ອອກແຮງງານປຸກສ້າງເຮືອນສາຍໃຈ ຊ່ວຍຄອບຄົວພະນັກງານຜູ້ທີ່ມີຄຸນງາມຄວາມດີໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ການອອກແຮງງານໃນຄັ້ງນີ້, ແມ່ນໄດ້ພ້ອມກັນສຸມໃສ່ ໂບກຝາເຮືອນ, ເຊີ່ງໃຊ້ເວລາ 01 ວັນເຕັມ ຈື່ງສໍາເລັດ ຕາມຄາດໝາຍ.

        ຊາວໜຸ່ມກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຜ່ານມາກໍ່ໄດ້ສ້າງຂະບວນຕ່າງໆຫຼາຍດ້ານ ເປັນຕົ້ນກໍ່ແມ່ນ ການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ການປະກອບສ່ວນແຮງງານ ແລະ ວັດຖຸປັດໄຈໃຫ້ແກ່ຄອບຄົວທຸກຍາກອານາຖາ.

ພ້ອມນັ້ນກໍ່ໄດ້ສຸມໃສ່ພັດທະນາກົມກອງຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ ທັງນີ້ກໍ່ເພື່ອສ້າງຂະບວນ ໂດຍສະເພາະກໍ່ແມ່ນວັນຊາດທີ່ 2 ທັນວາຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 101 ປີ ທີ່ຈະມາເຖິງນີ້     ໃຫ້ເປັນຂະບວນການພົດຟື້ນກ້ວາງຂວາງ.

 

About admin11