ປະກາດແຕ່ງຕັ້ງຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ

ພິທີປະກາດການຈັດຕັ້ງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພະຈິກ 2021 ຢູ່ຫ້ອງປະຊຸມຂອງພະແນກ ຮຮສ ແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນຈາກພະແນກການອ້ອມຂ້າງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 737/ຂບຊ ລົງວັນທີ 16 ພະຈິກ 2021 ວ່າດ້ວຍການອະນຸມັດໃຫ້ ທ່ານ ລຳເງິນ ສາຍນໍລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີກການສັງຄົມແຂວງ ອອກພັກຜ່ອນລໍຖ້າຮັບບຳນານ, ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 736 ລົງວັນທີ 16 ພະຈິກ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ແສງເພັດ ມູນລະໄມ ເປັນຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍລິຄຳໄຊ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 516/ຄປພ.ຂບຊ ລົງວັນທີ 16 ພະຈິກ 2021ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ແສງເພັດ ມູນລະໄມ ເປັນເລຂາໜ່ວຍພັກຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.

ທ່ານ ແສງເພັດ ມູນລະໄມ

ໂອກາດນີ້ ທ່ານເຈົ້າແຂວງ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳໃນຫຼາຍວຽກງານ ເຊິ່ງກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ການແຕ່ງຕັ້ງຍົກຍ້າຍບ່ອນປະຈຳການ ແມ່ນເປັນວຽກງານປົກກະຕິ ເພື່ອໃຫ້ແທດເໝາະກັບໜ້າທີ່ວຽກງານ.

ພ້ອມນີ້ ຜູ້ທີ່ໄດ້ຮັບມອບໝາຍ ຕ້ອງໄດ້ເອົາໃຈໃສ່ສຶກສາອົບການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ໃຫ້ເລິກເຊີ່ງກວ້າງຂວາງ, ກຳແໜ້ນໃຫ້ໄດ້ເຖິງສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ, ການປັບປຸງແບບແຜນວິທີເຮັດວຽກ ມີຄວາມໂປ່ງໃສ, ບໍລິການສັງຄົມດ້ວຍຄວາມຈິງໃຈ, ມີທັດສະນະແກ້ໄຂບັນຫາໃຫ້ຖືກຕ້ອງຕາມຄວາມເປັນຈິງ, ຮູ້ແນວທາງຂອງພັກ-ລັດ, ຕັ້ງໜ້າຍົກລະດັບພະນັກງານໃນການຊອກຮູ້ຮ່ຳຮຽນທາງດ້ານວິຊາສະເພາະ ແລະ ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ ທັງພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

About admins16