ວຽງທອງ ເຜີຍແຜ່ກົດໝາຍ ວ່າດ້ວຍທະບຽນຄອບຄອບຄົວ

ໃນວັນທີ 18 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍທະບຽນຄອບຄອບຄົວ ໃຫ້ແກ່ອົງການປົກຄອງບ້ານທົ່ວເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະຮັບຜິດຊອບ, ຫ້ອງການທີ່ກ່ຽວຂ້ອງ, ບັນດານາຍບ້ານ 34 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານກົດໝາຍ ວ່າດ້ວຍທະບຽນຄອບຄົວ, ຄໍາແນະນໍາຂອງລັດຖະມົນຕີກະຊວງພາຍໃນ ເລກທີ 3 ລົງວັນທີ 30 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທະບຽນຄອບຄົວ, ເຊີ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງ, ຕິດຕາມ, ກວດກາວຽກງານທະບຽນຄອບຄົວ.

ຈຸດປະສົງໃນການເຜີຍແຜ່ເອກະສານຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຕໍ່ບັນດາມາດຕາ ແລ້ວພ້ອມກັນນໍາໄປຈັດຕັ້ງປະຕິບັດ ການຄຸ້ມຄອງພົນລະເມືອງໄດ້ຢ່າງຊັດເຈນ, ຖືກຕ້ອງ, ເປັນລະບົບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

About admins14