ປີ 2022 ບໍລິຄຳໄຊ ມີການລົງທຶນທັງໝົດ 101 ໂຄງການ ມູນຄ່າ 2 ພັນກວ່າຕື້ກີບ

ທ່ານ ໄຊອຳພອນ ສີຫາວົງ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ລາຍງານການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການລົງທຶນຂອງລັດ ປະຈຳປີ 2022 ແລະ ທິດທາງແຜນການຕໍ່ໜ້າ ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7 ທີ່ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ.

ໃນໄລຍະ 1 ປີ ຜ່ານມາ ທົ່ວແຂວງ ມີການລົງທຶນທັງໝົດ 1.628,4 ຕື້ກີບ ລື່ນແຜນ 17,9% ຂອງແຜນການປີ ກວມ 20,4%, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາມີທັງໝົດ 35 ໂຄງການ ແລະ 1 ແຜນງານ ມູນຄ່າລວມທັງໝົດ 358,81 ຕື້ກີບ, ສາມາດປະຕິບັດໄດ້ 94,38 ຕື້ກີບ ເທົ່າກັບ 87% ໃນນັ້ນ ໂຄງການທີ່ພົ້ນເດັ່ນ ແມ່ນແຜນງານພັດທະນາທ້ອງຖິ່ນ (ລາວ/030)D

ປະຈຸບັນ ກຳລັງຂຸ້ນຂ້ຽວປິດແຜນງານຢ່າງເປັນທາງການໃນທ້າຍເດືອນກຸມພາ 2023 ແລະ ພ້ອມເປີດແຜນງານໃໝ່ ຄືແຜນງານລາວ/338, ໄດ້ຮັບທຶນຊ່ວຍເຫຼືອລ້າ, ການລົງທຶນກັບບັນດາແຂວງແຮກສ່ຽວເປັນມູນຄ່າ 91,18 ລ້ານໂດລາ, 23,81 ຕື້ດົງ, 125,82 ຕື້ກີບ ພົ້ນເດັ່ນ ແມ່ນການຫັດແໜ້ນສາຍພົວພັນລະຫວ່າງສອງແຂວງແຮກສ່ຽວ ( ແຂວງບໍລິຄຳໄຊ ແລະ ແຂວງບາກລ້ຽວ ) ໃນການຊ່ວຍເຫຼືອ ກໍ່ສ້າງໂຮງຮຽນມັດທະຍົນຕອນຕົ້ນສິນໄຊ ມູນຄ່າ 1,38 ຕື້ກີບ (80.400 ໂດລາ) ແລະ ການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງລຽບຕາມຊາຍແດນຂອງທະຫານເຂດ 4 ໃນຈຳນວນ 11 ໂຄງການ ມູນຄ່າ 3,03 ຕື້ກີບ.

ໄດ້ອອກອະນຸຍາດໃຫ້ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ຈຳນວນ 101 ໂຄງການ ມີທຶນສະເໜີທັງໝົດ 2.209,48 ຕື້ກີບ ໃນນີ້ ກິດຈະການສຳປະທານ 26 ໂຄງການ ມູນຄ່າ 690,89 ຕື້ກີບ, ກິດຈະການທົ່ວໄປ 75 ໂຄງການ ມູນຄ່າ 1,518,59 ຕື້ກີບ, ການຈັດຕັ້ງປະຕິບັດທຶນຕົວຈິງທັງໝົດ 572,4 ຕື້ກີບ ລື່ນແຜນ 52,8%, ໄດ້ເຊັນ MOU ຈຳນວນ 05 ໂຄງການ, ໃຫ້ນະໂຍບາຍຍົກເວັ້ນພາສີ-ອາກອນມູນຄ່າເພີ່ມ 08 ບໍລິສັດ, ອອກຂໍ້ຕົກລົງດັດແກ້ການອະນຸຍາດການລົງທຶນ 02 ໂຄງການ, ລົບລ້າງໂຄງການກະສິກຳ 02 ໂຄງການ ແລະ ອອກໃບອະນຸຍາດ ລົງທຶນ 16 ໂຄງການ, ດັດແກ້ 01 ໂຄງການ ແລະ ອອກໃບສົ່ງເສີມລົງທຶນ 02 ໂຄງການ.

ການລົງທຶນຈາກລະບົບການເງິນ-ເງິນຕາ ບັນດາສາຂາທະນາຄານທຸລະກິດພາຍໃນແຂວງ ສາມາດລະດົມເງິນຝາກສະສົມໄດ້ 2.777,86 ຕື້ກີບ, ປ່ອຍກູ້ 535,73 ຕື້ກີບ, ສ່ວນໃຫຍ່ການປ່ອຍກູ້ແມ່ນຂະແໜງກະສິກຳ ແລະ ປ່າໄມ້, ໄດ້ຕິດຕາມສະພາບ ອັດຕາແລກປ່ຽນທັງໃນລະບົບ ແລະ ນອກລະບົບ ເຊິ່ງມີອັດຕາຜິດດ່ຽງລະຫວ່າງທະນາຄານ ແລະ ຕະຫຼາດ ເຫັນວ່າທະນາຄານແຂງຄ່າກ່ວາຕະຫຼາດ 9,72% ສໍາລັບເງິນໂດລາ ແລະ 4,26% ສຳລັບເງິນບາດ. ນອກນີ້ ຍັງໄດ້ກວດກາຮ້ານແລກປ່ຽນເງິນຕາ ແລະ ໄດ້ຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈຳນວນ 15 ຮ້ານ.

About admins16