ແນວລາວສ້າງຊາດບໍລິຄຳໄຊ ສ່ອງແສງວຽກງານ 6 ເດືອນທ້າຍປີ

ກອງປະຊຸມສ່ອງແສງວຽກງານແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ ແລະ ວຽກງານສາສະຫນາ ທົ່ວແຂວງບໍລິຄຳໄຊ 6 ເດືອນທ້າຍປີ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2023 ຢູທີ່ຫ້ອງປະຊຸມໃຫຍ່ຂອງເມືອງປາກກະດິງ ພາຍໃຕ້ການເປັນປະທານຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ການເຄື່ອນໃຫວວຽກງານ 6 ເດືອນຜ່ານມາ ແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ ແລະ ອົງການສາສະໜາແຕ່ລະຂັ້ນ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ຄຳສັ່ງ, ຂໍ້ກຳນົດ, ກົດໝາຍຂອງລັດ ແລະ ບັນດານິຕິກຳຂອງສູນກາງ, ຂອງແຂວງ, ຂອງເມືອງ ລົງຈັດຕັ້ງເຊື່ອມຊຶມໃຫ້ແກ່ສະມາຊິກພັກ, ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເປັນເຈົ້າການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ເຮັດໃຫ້ມີຄວາມສະຫງົບໂດຍພື້ນຖານ, ການເຊື່ອຖືສາສະໜາໄປຕາມຫຼັກທຳຄຳສອນຂອງແຕ່ລະອົງການສາສະໜາ ຄຽງຄູ່ກັບການຮັກສາຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ, ສາມາດປະກາດຮັບຮອງເອົາເມືອງບໍລິຄັນ ແລະ ເມືອງວຽງທອງ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງທີ 5 ແລະ 6 ຂອງແຂວງບໍລິຄຳໄຊ.

About admins14